
ປະກາດການເລື່ອນຊັ້ນ, ທຽບຊັ້ນ ພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ ວປກ
ເວລາອອກຂ່າວ: 2025-01-24 10:55:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 574 | ຄວາມນິຍົມ:
ພິທີປະກາດການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ ຈາກຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຈໍານວນ 17 ສະຫາຍ, ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຂຶ້ນ ວັນທີ 23 ມັງກອນ 2025 ນີ້. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງຫົວໜ້າກົມການເມືອງ, ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ, ກະຊວງປ້ອງກັນປະເທດ ຕົກລົງ ເລື່ອນຊັ້ນ, ທຽບຊັ້ນ ພັນຕີ ຂຶ້ນ ຊັ້ນພັນໂທ 17 ສະຫາຍ, ຍິງ 8 ສະຫາຍ.
ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນດາສະຫາຍຍາດມາໄດ້, ພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ, ໂດຍສະເພາະນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ຈົ່ງພ້ອມກັນສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນສົມບັດສິນທໍາປະຕິວັດ, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ປະຕິບັດທຸກມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຕອບຕ້ານ ແລະ ສະກັດກັ້ນໃນການໂຄສະນາບິດເບືອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໂດຍ: ອາລຸນ ພັນຈະເລີນພົນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ