
ຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII
ເວລາອອກຂ່າວ: 2025-02-17 09:30:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1078 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII ຂອງຄະນະພັກຮາກຖານຫ້ອງເສນາທິການກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ເປີດຂຶ້ນ ແລະ
ອັດລົງດ້ວຍຜົນສຳເລັດລົງ ໃນວັນທີ 10 ກຸມພາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ,ມີສະຫາຍ ພັນເອກ ຄຳສາ ຮຽມຈຳປາຄຳ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເສນາທິການທະຫານແຂວງ,ມີບັນດາຄະນະພັກຮາກຖານຫ້ອງອົງການ 5 ຫ້ອງ, ພະແນກຈັດຕັ້ງພັກ-ະນັກງານ,ແຂກຖືກເຊີນຕະຫຼອດຮອດສະມາຊິກພັກສົມບູນ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໃສ ແກ້ວພິຈິດ ຮອງເລຂາຄະນະພັກຮາກຖານ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໃນໄລຍະ 5 ປີ ຜ່ານມາ ຄະນະພັກ
ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຮັດໃຫ້ພະນັກງານສະມາຊິພັກ-ນັກຮົບ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ກົດໝາຍຂອງລັດ,ຂໍ້ກຳນົດກົດລະບຽບຂອງກອງທັບມາຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງກົມກອງ,ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ບົນພື້ນ
ຖານປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ທັງຍູ້ແຮງຂະບວນການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ເຮັດໃຫ້ກົມກອງມີຄວາມ
ສະຫງົບປອດໄພ ຕິດພັນກັບການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດທົ່ວປວງຊົນຮອບດ້ານ. ໃນພິທີ ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາສະຫາຍ ພັນເອກ ຄຳສາ ຮຽມຈຳປາຄຳ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນໃສ ແກ້ວພິຈິດ ເປັນຮອງເລຂາ, ສະຫາຍ ພັນໂທ
ພູຂົງ ສີສຸນົນ ເປັນປະທານກວດ ກາພັກ, ສະຫາຍ ພັນໂທ ສຸກັນຍາ
ດວງປັນຍາ ແລະ ສະຫາຍ ພັນ ໂທ ບຸນທະວີ ຍອດພະຫຍາ ເປັນຮອງປະທານກວດກາ, ສະຫາຍ ພັນໂທ ແສງຕາວັນ ໃຈວົງສາ, ສະຫາຍ ພັນຕີ ນ້ອຍ ທອງວິໄລ, ສະຫາຍ ພັນໂທ ພະນົມສິນ ລັດ ຕະນະພົມພອນ ແລະ ສະຫາຍ ພັນໂທ ພູວັງ ກາບເກສອນ ເປັນຄະນະພັກ.
ໂດຍ: ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ