ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ມອບ​ເຄື່ອງ​ອຸປະກອນ​ສ້ອມແປງ ໃຫ້​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ
ເວລາອອກຂ່າວ: 2025-02-17 09:33:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1147 | ຄວາມນິຍົມ:



ພິທີມອບ-ຮັບ​ເຄື່ອງ​ອຸປະ ກອນ​ສ້ອມແປງ, ບົວລະບັດອາ ວຸດປືນ​ທະຫານ​ຮາບ ຈາກ​ກົມ​ຄຸ້ມ​ຄອງ ​ອາວຸດ-ກະສຸນ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ສຸກ​ສະໝອນ ສີ​ພັນ​ດອນ ຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ກ່າວ​ມອບ​ໂດຍ​ ສະຫາຍ ພັນໂທ ວົງ​ທອງ ກຸ​ວົງ​ໄຊ ຫົວໜ້າ​ ພະ​ແນກ​ຄຸ້ມ​ຄອງ​​ການປະກອບ ກົມ​ຄຸ້ມ​ຄອງ​ອາວຸດ-ກະສຸນ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ​ເຕັກນິກ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສຳລັບ​ອຸປະກອນ​ສ້ອມແປງ​ທີ່​ ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ປະກອບ​ມີ 27 ລາຍການ ຄື: ເອ​ໂຕ, ເມີນ​ໄຟຟ້າ, ກະແຈ​ບ໋ອກ, ສະ​ຫວ່ານ​ໄຟຟ້າ, ຄ້ອນ​ຕີ, ຟອຍ​ຖູ​ຂີ້ໝ້ຽງ​ແຂງ-ອ່ອນ, ກະແຈ​ປາກ​ແຂ້, ກະ ແຈ​ປາກ​ເລື່ອນ, ໃບ​ມືດ​ຕັດເຫຼັກ ແລະ ເຄື່ອງມື​ສ້ອມແປງ​ຊະນິດ​ຕ່າງໆ ທີ່​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານສ້ອມແປງ, ບົວລະບັດ. ທັງນີ້, ກໍ​ເພື່ອ​ເປັນ​ການ​ຮັບປະກັນ​ໃຫ້​ແກ່​ວຽກ​ງານ​ວິຊາ​ສະເພາະ​ສ້ອມ ແປງ, ບົວລະບັດ ແລະ ຍົກ​ສູງຄຸນ ​ນະ​ພາບຂອງ​ອາ​ວຸດ​ຍຸດ​ໂທ​ປະ ກອນ​ໃນ​ທົ່ວ​ກອງທັບ ໃຫ້​ສາມາດ​ນຳ​ໃຊ້​ໄດ້​ເປັນ​ປົກກະຕິ ແລະ ປົກ​ປັກ​ຮັກສາ​ໃຫ້​ນຳ​ໃຊ້​ໄດ້​ຍາວນານ. ໂດຍ: ວິລະ​ພົງ ເທບ​ໂພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ