
ທະຫານແຂວງວຽງຈັນ ສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ-ການເງິນປະຈໍາປີ 2024
ເວລາອອກຂ່າວ: 2025-02-17 16:01:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1213 | ຄວາມນິຍົມ:
ວັນທີ 13 ກຸມພາ 2025 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ-ການເງິນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ທອງໄຊ ພັນສະໄໝ ຫົວໜ້າຫ້ອງພະລາທິການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ, ກອງພັນ, ພະນັກງານວິຊາການ ການເງິນ ເຂົ້າຮ່ວມ.
ສະຫາຍ ພັນໂທ ແນ່ ມະນີວົງ ຮອງຫົວໜ້າຫ້ອງພະລາທິການທະຫານແຂວງວຽງຈັນ ໄດ້ຜ່ານບົດສະຫຼຸບວຽກງານພະລາທິການ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນການຮັບປະກັນພະລາທິການໃຫ້ແກ່ວຽກງານກຽມພ້ອມສູ້ຮົບໄດ້ທັນກັບເວລາ, ຮັບ ປະກັນເງິນເດືອນ, ເງິນກິນ, ເງິນຊື້ເຂົ້າໄດ້ຕາມແຜນການ 100%, ສ່ວນຮ່ວງອື່ນໆກໍສາມາດເບີກຈ່າຍໄດ້ຕາມແຜນວຽກຂອງກົມກອງ. ພ້ອມນີ້, ກໍຮັບປະກັນດ້ານເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ນໍ້າປະປາ ເສນາຮັກ, ຂົນສົ່ງ ແລະ ການຜະລິດວັດສະດຸກໍ່ສ້າງ ສາມາດຮັບປະກັນໄດ້ດີ ໂດຍພື້ນຖານເຮັດໃຫ້ກົມກອງທ້ອງຖິ່ນສາມາດເຄື່ອນໄຫວປະຕິບັດໜ້າທີ່ໃນການກໍ່ສ້າງກົມກອງ, ກໍ່ສ້າງກໍາລັງ, ເຝິກແອບຮໍ່າຮຽນ, ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບໄດ້ເປັນປົກກະຕິ. ດ້ານວຽກງານຮັບປະກັນສຸຂະພາບ ໄດ້ເຄື່ອນໄຫວປຸກລະດົມຊຸກຍູ້ບັນດາກົມກອງປະຕິບັດຕາມຫຼັກການອະນາໄມ ເພື່ອເປັນການປ້ອງກັນ, ຄວບຄຸມພະຍາດຕາມລະດູການ, ຮັບປະກັນພະນັກງານ-ນັກຮົບທົ່ວກົມກອງມີສຸຂະພາບແຂງແຮງ, ໄດ້ຊີ້ນຳໂຮງໝໍ 30 ຕຽງ ເອົາໃຈໃສ່ກວດກາຄົນເຈັບ ສາມາດກວດພະຍາດເຂດນອກໄດ້ 3.399 ເທື່ອຄົນ, ປິ່ນປົວຢູ່ໂຮງໝໍ 511 ເທື່ອຄົນ, ປິ່ນປົວດີ 468 ເທື່ອຄົນ, ສົ່ງໂຮງໝໍອື່ນ 41 ເທື່ອຄົນ. ໄປຄຽງຄູ່ກັນນັ້ນ, ໄດ້ສຸມໃສ່ວຽກງານການຜະລິດແກ້ໄຂຊີວິດການເປັນຢູ່ບົນພື້ນຖານຕາມຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງກົມກອງໃນ 1 ປີຜ່ານມາ ກົມກອງໄດ້ປູກເຂົ້າໃນເນື້ອທີ່ 44,6 ເຮັກຕາ, ເກັບກູ້ໄດ້ 87,2 ໂຕນ, ປູກມັນຕົ້ນ 35,4 ເຮັກຕາ, ປູກກ້ວຍ 2,7 ເຮັກຕາ, ໝາກເດືອຍ 1,8 ເຮັກຕາ, ປູກໝາກພ້າວນ້ຳຫອມ ເນື້ອທີ່ 23 ເຮັກຕາ ໃນຈໍານວນ 5.700 ຕົ້ນ. ໄດ້ເກັບກູ້ພືດ-ຜັກກິນໃບຕາມລະດູການ, ພືດ-ຜັກກິນໝາກ, ລ້ຽງງົວ, ໝູ, ປາ, ສັດປີກປະເພດຕ່າງໆ ໄດ້ຜົນຕອບຮັບເປັນຢ່າງດີ. ນອກນີ້, ກົມກອງຍັງໄດ້ສູ້ຊົນກໍ່ສ້າງພື້ນຖານການຜະລິດເພື່ອສ້າງແຫຼ່ງລາຍຮັບເຂົ້າກົມກອງເຊັ່ນ: ໂຮງງານນໍ້າດື່ມ, ເຮືອນພັກ ແລະ ການບໍລິການອື່ນໆ ລວມທັງໝົດ 4.721.624.000 ກີບ.
ກອງປະຊຸມໄດ້ຮັບຟັງການສະຫຼຸບວຽກງານການເງິນ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຜ່ານນິຕິກໍາກ່ຽວກັບວຽກງານການເງິນ ແລະ ຂໍ້ກໍານົດຂອງກອງບັນຊາການທະຫານແຂວງວຽງຈັນ ວ່າດ້ວຍການກຳນົດໃຊ້ຈ່າຍງົບປະມານ ປະຈຳປີ 2025 ແລະ ແນະນໍາການຈັດຕັ້ງປະຕິບັດລາຍຮັບລາຍຈ່າຍງົບປະມານຕື່ມອີກ.
ຂ່າວ: ສາຍຄໍາ ພອນມະນີ; ພາບ: ເລມ່ອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ