ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງ​ພົນ​ທີ 5 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2025-02-18 08:49:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1159 | ຄວາມນິຍົມ:



ວັນ​ທີ 14 ກຸມພາ 2025, ກອງ​ພົນ​ທີ 5 ໄດ້​ມອບ​ເງິນ​ນະໂຍ ບາຍ​ອຸດ​ໜູນ​ເທື່ອ​ດຽວ ແລະ ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ​ໃຫ້ ຄອບຄົວ​ພະນັກງານ ທີ່​ເສຍ​ຊີ ວິດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວຽງ​ແກ້ວ ມະຫາ​ໄຊ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 5, ມີ​ພະແນກການ​ວິຊາ​ສະເພາະ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ພະນັກງານ​ທີ່ ພັກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ຕາງໜ້າ​ຄອບຄົວ​ພະນັກງານ​ທີ່​ເສຍ​ຊີວິດ ເຂົ້າ​ຮ່ວມ. ໂດຍ​ປະຕິບັດ​ຕາມ​ກົດໝາຍ ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ແລະ ກົດ​ໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ ກໍ​ຄືການ​ປະຕິບັດ​ຕາມ​ທິດ​ທາງ​ນະໂຍບາຍ​ຂອງ ​ພັກ-ລັດ ທີ່​ມີ​ຕໍ່​ນາຍ ແລະ ພົນທະ ຫານ ທີ່​ໄດ້​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຕິ​ບັດ​ໜ້າທີ່​ວຽກ​ງານ​ປັບ ປຸງ​ກໍ່ສ້າງ​ກົມ​ກອງ ກໍ​ຄືການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ ໃນ​ໄລຍະ​ຜ່ານ​ມາ. ໃນ​ນີ້, ໄດ້​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ມີ ຊັ້ນ ພັນ​ໂທ 1 ສະຫາຍ, ພັນ​ຕີ 2 ສະຫາຍ, ຮ້ອຍ​ເອກ 2 ສະຫາຍ, ຮ້ອຍ​ໂທ 2 ສະຫາຍ, ຮ້ອຍ​ຕີ 3 ສະຫາຍ; ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊິວິດ ຈຳນວນ 2 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 898.633.300 ກີບ. ສະຫາຍ ພັນ​ໂທ ວຽງ​ແກ້ວ ມະຫາ​ໄຊ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່ ບັນດາ​ສະຫາຍ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ ສ້າງ​ກົມ​ກອງໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງຮຽກຮ້ອງ​ໃຫ້​ແຕ່​ລະ​ສະຫາຍຈົ່ງ​ນຳ​ໃຊ້​ເງິນ​ຈຳນວນ​ດັ່ງກ່າວ​ເຂົ້າ​ວຽກ​ງານ​ທີ່​ຈຳເປັນ ແລະ ສຳຄັນ​ເຮັດ​ໃຫ້​ເກີດ​ປະ ໂຫຍດ​ຕໍ່​ຄອບຄົວ ແລະ ນຳ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ໃຫ້​ດີ​ຂຶ້ນ. ໂດຍ: ທອງ​ປານ ສິ​ດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ