ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ສະຫະພັນ​ແມ່ຍິງ​ກອງພັນ​ໃຫຍ່ 605 ກໍ​ແມ່ນ​ພາກສ່ວນ​ໜຶ່ງ​ ທີ່​ນຳ​ສິນຄ້າ​ມາ​ວາງ​ຂາຍ​ງານ​ຕະຫຼາດນັດ​ສະຫະພັນ​ແມ່ຍິງ​ກອງທັບ
ເວລາອອກຂ່າວ: 2025-02-18 08:55:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1276 | ຄວາມນິຍົມ:



ສະຫາຍ ພັນ​ຕີ ນາງ ທິບ​ສົມບູນ ຊາ​ມົນຕີ ໜ້າທີ່​ຮັບຜິດຊອບ​ແພດ​ອົງການ ກອງພັນ​ໃຫຍ່ 605 ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ກອງທັບ​ວ່າ: ຫຼັງ​ຈາກ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ມີ​ແຈ້ງ​ການ​ໄປ​ເຖິງ​ບັນດາ​ກົມ​ກອງ​ນຳ​ສິນຄ້າ​ທີ່ຜະລິດ​ມາ​ວາງ​ຂາຍ​ຢູ່​ ງານ​ຕະຫຼາດນັດ​ສະຫະພັນ​ແມ່ ຍິງ​ກອງທັບ ທາງ​ພວກ​ເຮົາ​ກໍມີ​ ຄວາມ​ຮູ້ສຶກ​ດີໃຈ​ຫຼາຍ ເພາະ ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ ໃນ​ຄັ້ງ​ນີ້ ດັ່ງນັ້ນ ສະຫະພັນ​ແມ່ຍິງ​ກອງພັນ​ໃຫຍ່ ຈຶ່ງ​ໄດ້​ຈັດ​​ຕັັ້ງ​ເອື້ອຍ​ນ້ອງ​ແມ່ຍິງ​ມາ​ຮ່ວມ​ຂາຍ​ສິນຄ້າໃນ ​ງານ​ດັ່ງກ່າວ​ຢ່າງ​ເປັນ​ຂະບວນ ​ຟົດຟື້ນ ໃນ​ນີ້, ຮ້ານ​ຂອງ​ກອງພັນ​ພວກ​ເຮົາ​ມີ​ຫຼາຍ​ຢ່າງ​ທີ່​ນຳ​ມາ​ວາງ​ຂາຍ ເປັນຕົ້ນ​ແມ່ນ​ປະເພດ​ຕຳ​ເຊັ່ນ: ຕຳ​ໝາກຫຸ່ງ, ຕຳ​ເຂົ້າ ປຸ້ນ, ຕຳ​ໝີ່​ຕ່າງໆ, ເຂົ້າໜົມ ແລະ ເຄື່ອງ​ດື່ມ​ອື່ນໆ ພ້ອມນັ້ນ ກໍ​ມີ​ປະເພດ​ເຂົ້າສານ, ໄຂ່ເປັດ, ໄຂ່​ໄກ່, ພືດ​ຜັກ​ຕ່າງໆເປັນຕົ້ນ ເຮົາ​ໃນ​ນາມ​ຕາງໜ້າ​ໃຫ້​ເອື້ອຍນ້ອງ​ແມ່ຍິງ​ກອງພັນ​ໃຫຍ່ 605 ກໍ​ເປັນ​ຄອບຄົວ​ໜຶ່ງ​ທີ່​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ​ໃນ​ການ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ກົມ​ໃຫຍ່​ພະລາທິການ​ກອງທັບ ວາງ​ອອກ ໃຫ້​ປະກົດ​ຜົນ​ເປັນ​ຈິງ ໂດຍ​ໃຊ້​ເວລາ​ຫວ່າງ​ນອກ​ໂມງ​ການ, ວັນ​ເສົາ ແລະ ວັນ​ອາທິດ ພ້ອມ​ກັບ​ສະມາຊິກ​ໃນ​ຄອບຄົວ​ຊ່ວຍ​ກັນ​ທຳ​ການ​ປູກຝັງ-ລ້ຽງ​ສັດ ເປັນ​ອາຊີບ​ເສີມ​ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ ເຊິ່ງ​ໃນ​ນັ້ນ ປະເພດ​ສັດລ້ຽງ​ມີ: ງົວ, ຄວາຍ, ໝູ, ເປັດ,ໄກ່ ສ່ວນ​ພືດ​ຜັກ ກໍ​ແມ່ນ​ປູກ​ພືດ​ຜັກ​ຕາມ​ລະດູ​ການ ແລະ ປູກ​ເຂົ້າ ຜ່ານ​ຈາກ​ການ​ປູກ​ພືດ​ຜັກ-ລ້ຽງສັດ​ປະເພດ​ຕ່າງໆໄດ້​ຂາຍ​ເຂົ້າ​ເຮືອນຄົວ​ລວມ ແລະ ຂາຍ​ອອກ​ຕະຫຼາດ ສະເລ່ຍ​ມີ​ລາຍ​ຮັບ 45.000.000 ກີບ ຫາ 50.000.000 ກີບ ຕໍ່​ປີ ດັ່ງນັ້ນ ຈຶ່ງ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ດີ​ຂຶ້ນ ຄອບຄົວ​ມີ​ຢູ່​ມີ​ກິນ​ເປັນ​ກ້າວໆ ເຊິ່ງ​ຜົນງານ​ດັ່ງ ກ່າວ​ໄດ້​ກາຍເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ເອື້ອຍ​ນ້ອງ​ໃນ​ກອງພັນ ແລະ ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ແລະ ຫ້ອງການ​ສະຫະພັນແມ່ ຍິງ​ກອງທັບ​ຈຳນວນ​ຫຼາຍໃບ. ສະຫາຍ ພັນ​ຕີ ນາງ ທິບ​ສົມບູນ ຊາ​ມົນຕີ ຍັງ​ກ່າວ​ຕື່ມ​ວ່າ: ໃນຕໍ່ ໜ້າ​ຈະ​ສູ້​ຊົນ ແລະ ເອົາໃຈໃສ່​ໃນ​ການ​ລ້ຽງສັດ​ໃຫ້​ຫຼາຍ​ຂຶ້ນ ແລະ ສຸມ​ໃສ່​ການ​ປູກ​ພືດ​ຜັກ​ຕາມ​ລະດູ​ການ ເພື່ອ​ສົ່ງ​ຂາຍ​ເຂົ້າ​ເຮືອນຄົວ​ລວມ ຮັບປະກັນ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງພະນັກງານ-ນັກ ຮົບໃຫ້​ດີ​ຂຶ້ນ. ໂດຍ: ສົມ​ຄິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ