
ຄະນະນຳແຂວງຈຳປາສັກ ເຄື່ອນໄຫວຢ້ຽມຢາມ, ອວຍພອນ ນາຍ ແລະ ພົນທະຫານ ຢູ່ບັນດາກົມກອງຮາກຖານ
ເວລາອອກຂ່າວ: 2025-02-18 10:58:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1051 | ຄວາມນິຍົມ:
ວັນທີ 17 ກຸມພາ 2025 ນີ້, ຄະນະນໍາຂັ້ນແຂວງຈໍາປາສັກ ນໍາໂດຍ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັກ, ມີ ສະຫາຍ ໂສມ ບຸດຕະກຸນ ກໍາມະການຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ຄະນະພັກ-ຄະນະບັນຊາ ຈາກກອງບັນຊາການທະຫານແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຫ້ອງການ ປກຊ-ປກສ ແຂວງ, ໂຮງໝໍແຂວງ, ສະຫະພັນນັກຮົບເກົ່າແຂວງ, ພາສີປະຈຳແຂວງ ແລະ ການນຳເມືອງໂຂງ ໄດ້ເຄື່ອນໄຫວຢ້ຽມຢາມອວຍພອນ ນາຍ ແລະ ພົນທະຫານ ທີ່ເຮັດໜ້າທີ່ຢູ່ບັນດາກົມກອງຮາກຖານ ຂອບເຂດເມືອງໂຂງ ແຂວງຈຳປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ການເຄື່ອນໄຫວຢ້ຽມຢາມອວຍພອນ ບັນດາກົມກອງຮາກຖານໃນຄັ້ງນີ້ ຢູ່ຈຸດກອງບັນຊາການທະຫານເມືອງໂຂງ ມີ ກອງສຳຫຼວດປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ, ກອງຮ້ອຍທະຫານຊາຍແດນ 526, ກອງຮ້ອຍທະຫານຊາຍແດນ 527 ໂດຍການຕ້ອນຮັບ ຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພ້ອມທັງ ໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ ກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ການປະຕິບັດໜ້າທີ່ຂອງແຕ່ລະກົມກອງ.
ໂອກາດດັ່ງກ່າວ, ສະຫາຍ ໂສມ ບຸດຕະກຸນ ໄດ້ກ່າວຄວາມຢ້ຽມຢາມຖາມຂ່າວ ເຖິງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ການປະຕິບັດໜ້າທີ່ ຂອງແຕ່ລະກົມກອງ ພ້ອມທັງ, ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ແລະ ອວຍພອນໄຊອັນປະເສີດແດ່ນາຍ ແລະ ພົນທະຫານທຸກກົມກອງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນີ້, ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ເພື່ອເປັນຂວັນກໍາລັງໃຈເຂົ້າໃນການປະຕິບັດໜ້າທີ່ຂອງແຕ່ລະກົມກອງ ຕື່ມອີກ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ