ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-02-18 15:27:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 814 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂອງກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກົມກອງຮາກຖານ ທົ່ວກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸລິໄຊ ພິຈິດ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານການເມືອງ ທັງສອງພາກ ໃນໄລຍະ 1 ປີຜ່ານມາ, ຄະນະນໍາກົມໃຫຍ່ເສນາທິການກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ,ຂໍ້ກຳນົດ, ກົດລະບຽບ ຂອງກອງທັບຢ່າງທົ່ວເຖິງ ໃນນີ້, ໄດ້ສຸມໃສ່ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຢູ່ບັນດາແຂວງ, ຈຸດລໍ່ແຫຼມ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບວຽກງານ 3 ສ້າງ ຕິດແໜ້ນກັບການປັບປຸງ-ກໍ່ສ້າງພັກ-ພະນັກງານ, ເສີມຂະຫຍາຍບົດບາດການນໍາພາ ຂອງພັກ, ປະຕິບັດຕາມ 5 ຫຼັກ 3 ທິດນໍາ ຂອງພັກ, ສາມາດຕີລາຄາແບ່ງຄຸນນະພາບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີ 2024 ໄດ້ 140 ໜ່ວຍພັກ, ສໍາເລັດກອງປະຊຸມໃຫຍ່ຂັ້ນຮາກຖານພັກ ຈໍານວນ 109 ຮາກຖານພັກ, ຄົ້ນຄວ້າມະຫາຊົນກ້າວໜ້າເຂົ້າພັກ 254 ສະຫາຍ, ຍິງ 21 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 268 ສະຫາຍ, ຍິງ 37 ສະຫາຍ, ນາຍ ແລະ ພົນທະຫານໄປຮຽນກໍ່ສ້າງ-ບຳລຸງ ຢູ່ພາຍໃນ ແລະ ຕ່າງປະເທດ 82 ສະຫາຍ, ໄດ້ຊີ້ນໍາ-ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ, ກຳມະບານ ເຄື່ອນໄຫວຕາມພາລະບົດບາດ, ຕາມຄໍາຂວັນ 4 ບຸກ, 3 ດີ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຢ່າງເປັນຂະບວນຟົດຟື້ນ, ໄດ້ຮັບຮອງກອງປອດໃສ ປອດໄພ ປອດຄະດີ ປະເພດ I ມີ 47 ກົມກອງ, ປະເພດ II ມີ 6 ກົມກອງ, ທັງຊີ້ນໍາກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນຈັດຕັ້ງອົບຮົມ-ຫັດແອບ ປະຈໍາປີ 2024 ສໍາເລັດຕາມແຜນການ, ໄດ້ຈັດຕັ້ງຊ້ອມຮົບຍິງສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ແຂ່ງຂັນກິລາການທະຫານ, ກິລາມວນຊົນທົ່ວກອງທັບ ຄັ້ງທີ III, ໄດ້ຈັດຕັ້ງຊ້ອມຮົບຮ່ວມກອງທັບລາວ-ຈີນ “ໂລ້ກຳບັງ ມິດຕະພາບ 2024", ເຂົ້າຮ່ວມຊ້ອມຮົບລາໂຣດ ລາວ-ຣັດເຊຍ ປີ 2024, ຈັດຕັ້ງເຝິກອົບຮົມກໍາລັງຕີພິເສດຮ່ວມກັບ ສ ຣັດເຊຍ, ເຂົ້າຮ່ວມແຂ່ງຂັນຍິງປືນຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 32 ທີ່ ປະເທດຟີລິບປິນ ເປັນເຈົ້າພາບ ແລະ ສໍາເລັດການເຂົ້າຮ່ວມເຝິກຊ້ອມໄພພິບັດ 3 ຝ່າຍ (ລາວ, ຫວຽດນາມ,ກຳປູເຈຍ) ພ້ອມນັ້ນ, ກໍໄດ້ປັບປຸງວຽກງານໂຄງການຫຼັກສູດການຮຽນ-ການສອນ ແລະ ລະບຽບການຕ່າງໆ ກ່ຽວກັບການຮຽນ-ການສອນ ຂອງບັນດາວິທະຍາຄານ, ໂຮງຮຽນ ພ້ອມທັງ ໄດ້ຊີ້ນໍາບັນດາກົມກອງເອົາໃຈໃສ່ວຽກງານເພີ່ມພູນຜະລິດດ້ວຍການປູກຝັງ-ລ້ຽງສັດ, ຕາມເງື່ອນໄຂທ່າແຮງຂອງກົມກອງທີ່ມີເພື່ອຜະລິດເປັນສິນຄ້າ, ຫາລາຍໄດ້ເຂົ້າກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ, ມີງົວ 410 ໂຕ, ແບ້ 259 ໂຕ, ໝູ 185 ໂຕ, ສັດປີກໄດ້ 31 ພັນກວ່າໂຕ, ລ້ຽງປາ 62.000 ພັນກວ່າໂຕ, ປູກພືດອຸດສາຫະກຳ 1.840 ຕົ້ນ, ປູກໄມ້ກິນໝາກ 5 ພັນກວ່າ ຕົ້ນ, ປູກພືດລົ້ມລຸກໄດ້ 99 ພັນກວ່າ ກິໂລກຣາມ ນອກນີ້, ຍັງໄດ້ຊີ້ນໍາການຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດ, ນໍາໃຊ້ພາຫະນະເຕັກນິກ, ອາວຸດ-ກະສຸນ ແລະ ວັດຖຸເຕັກນິກທີ່ໄດ້ປະກອບຖືກຕ້ອງຕາມລະບຽບຫຼັກການ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ, ພະນັກງານບຳນານ ເວລາເຈັບເປັນ ຖືກຕ້ອງຕາມລະບຽບຫຼັກການຂອງພັກ, ໄດ້ຮັບການຍ້ອງຍໍຜົນງານ 5 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຂອງບັນດາອົງການ, ກົມກອງຂຶ້ນກັບ ໃນນັ້ນ, ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ I ຈຳນວນ 4 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ II ຈໍານວນ 698 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 1.205 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 247 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈໍານວນ 128 ສະຫາຍ ຄຽງຄູ່ກັນນັ້ນ, ກໍໄດ້ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ, ເພີ່ມທະວີຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ. ຈາກນັ້ນ, ຜູ້ຕາງໜ້າກົມ,ຫ້ອງການ, ກົມກອງ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນດ້ານວຽກງານທີ່ຕົນຮັບຜິດຊອບຢ່າງມີເນື້ອໃນສົມບູນຄົບຖ້ວນ. ໂອກາດນີ້, ສະຫາຍ ປະທານກອງປະຊຸມ ໄດ້ໂອ້ລົມ ພ້ອມທັງຊີ້ທິດເຍືອງທາງໃນການປັບປຸງພັດທະນາກົມກອງໃຫ້ມີການພັດທະນາກ້າວຂຶ້ນ ແລະ ເຕີບໃຫຍ່ເຂັ້ມແຂງ ກາຍເປັນກອງທັບທີ່ມີແບບແຜນທັນສະໄໝໃນຕໍ່ໜ້າ. ໂດຍ: ສົມຄິດ ພູມມີຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ