
ຊົມເຊີຍທົ່ງໄຫຫີນຊຽງຂວາງ ໄດ້ຮັບຮອງເປັນມໍລະດົກໂລກ
ເວລາອອກຂ່າວ: 2019-07-07 13:50:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 778 | ຄວາມນິຍົມ:
ອີງຕາມຂໍ້ມູນຈາກກົມມໍລະ ດົກໂລກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຕອນເຊົ້າຂອງວັນທີ 06 ກໍ ລະກົດ 2019 ນີ້ໃຫ້ຮູ້ວ່າ: ກອງ ປະຊຸມຄະນະກໍາມະການມໍລະດົກ ໂລກ ຄັ້ງທີ 43 ທີ່ບາກູ, ປະເທດ ອາແຊັກບາຍຊານໄດ້ປະກາດ ຮັບຮອງເອົາແຫຼ່ງທ່ອງທ່ຽວ ຂອງລາວ ທົ່ງໄຫຫີນ ທີ່ແຂວງ ຊຽງຂວາງເຂົ້າໃນບັນຊີເປັນມໍ ລະດົກໂລກຢ່າງເປັນທາງການ ແລ້ວ.
ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກໄດ້ກ່າວຜ່ານສື່ສັງຄົມອອນລາຍວ່າ: ນີ້ເປັນ ອີກໜຶ່ງຄວາມພາກພູມໃຈຂອງ ປະຊາຊົນລາວໝົດທຸກຄົນ ໂດຍ ສະເພາະພີ່ນ້ອງຊາວແຂວງຊຽງ ຂວາງ ທີ່ມີການຄອງຄອຍມາເປັນ
ເວລາຍາວນານເຖິງ 20 ປີ, ການ
ຄອງຄອຍດັ່ງກ່າວນັ້ນໄດ້ກາຍ ມາເປັນຄວາມຈິງເມື່ອອົງການ
ອຸຍແນັດສະໂກປະກາດຮັບຮອງ ເອົາແຫຼ່ງທ່ອງທ່ຽວຂອງລາວ ທົ່ງໄຫຫີນທີ່ແຂວງຊຽງຂວາງ ເຂົ້າໃນບັນຊີເປັນມໍລະດົກໂລກ ຢ່າງເປັນທາງການ.
ທົ່ງໄຫຫີນທີ່ແຂວງຊຽງ ຂວາງຖືວ່າເປັນແຫຼ່ງທ່ອງທ່ຽວ ມໍລະດົກໂລກ ແຫ່ງທີສາມຂອງ ສປປ ລາວ ພາຍຫຼັງທີ່ແຂວງ ຫຼວງພະບາງ ແລະ ວັດພູແຂວງ ຈຳປາສັກໄດ້ຖືກຮັບຮອງເອົາ ຈາກອົງການອຸຍແນັດສະໂກ UNESCO ເມື່ອຫຼາຍປີກ່ອນ.
ສປປ ລາວ ໄດ້ສະເໜີທົ່ງໄຫ ຫີນແຂວງຊຽງຂວາງ 11 ແຫ່ງ ຈາກທັງໝົດເກືອບ 20 ແຫ່ງ ທີ່ຄົ້ນພົບ ແລະ ບັນທຶກຢ່າງເປັນ ທາງການເຂົ້າເປັນມໍລະດົກໂລກ, ທົ່ງໄຫຫີນ ແຂວງຊຽງຂວາງ, ໄດ້ຖືກສະເໜີຂຶ້ນເປັນມໍລະດົກ ໂລກ ມາຕັ້ງແຕ່ວັນທີ 25 ມີນາ 1992 ໃນປະເພດມໍລະດົກໂລກ ທາງວັດທະນະທໍາດ້ວຍຂໍ້ກຳນົດ ແລະ ຫຼັກເກນທີ 01 ແລະ 03 ຈາກທັງໝົດ 06 ຫຼັກເກນໃນປະ ເພດມໍລະດົກໂລກທາງວັດທະນະ ທຳຂອງອົງການ UNESCO ທີ່ ລະບຸວ່າ: (ກ) ເປັນຕົວແທນໃນ ການສະແດງຜົນງານເອກທີ່ສ້າງ ຂຶ້ນດ້ວຍຫົວຄິດປະດິດສ້າງອັນ ສະຫຼຽວສະຫຼາດຂອງມະນຸດ ແລະ (ຂ) ເປັນສິ່ງທີ່ຢືນຢັນເຖິງ ຫຼັກຖານຂອງວັດທະນະທຳ ແລະ
ອະລິຍະທຳທີ່ປະກົດໃຫ້ເຫັນ
ຢູ່ໃນປັດຈຸບັນ ຫຼື ວ່າໄດ້ຫາຍສາບ ສູນໄປແລ້ວ; ມາເຖິງປັດຈຸບັນ, ມໍ ລະມົກໂລກ ໃນ ສປປ ລາວ ປະ ກອບມີ: 1. ເມືອງຫຼວງພະບາງ (ນະຄອນຫຼວງພະບາງ) ແຂວງ ຫຼວງພະບາງທີ່ຖືກຮັບຮອງໃນປີ 1995, 2. ວັດພູ ແຂວງຈຳປາ ສັກຖືກຮັບຮອງໃນປີ 2001, 3. ທົ່ງໄຫຫີນ ແຂວງຊຽງຂວາງ ເຊິ່ງທັງໝົດນອນຢູ່ໃນປະເພດມໍ ລະດົກໂລກທາງວັດທະນະທຳ. ສຳລັບໄຫຫີນຊຽງຂວາງທີ່ໄດ້ ຈັດເຂົ້າເປັນມໍລະດົກໂລກຄັ້ງນີ້ ລວມມີ 999 ໜ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງຄື: ເມືອງແປກ, ເມືອງພູກູດ, ເມືອງ ຜາໄຊ ແລະ ເມືອງຄໍາ.
ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງ ຂ່າວວັດທະນະທໍາ ແລະ ທ່ອງ ທ່ຽວ ພ້ອມດ້ວຍຄະນະໄດ້ຕາງ ໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເຂົ້າຮ່ວມກອງປະ ຊຸມ ແລະ ກ່າວຂອບໃຈຕໍ່ການ ສະໜັບສະໜູນຂອງສູນມໍລະດົກ ໂລກ ອົງການອຸຍແນັດສະໂກລວມ ທັງບັນດາຄະນະກໍາມະການສູນ ມໍລະດົກໂລກ, ບັນດາອົງການທີ່ ປຶກສາທີ່ກ່ຽວຂ້ອງລວມທັງຜູ້ ຊ່ຽວຊານ ICOMOS ທີ່ໄດ້ໃຫ້ ການສະໜັບສະໜູນການຮັບ ຮອງເອົາທົ່ງໄຫຫີນເປັນມໍລະ ດົກໂລກ ແລະ ປະກອບສ່ວນເຂົ້າ ໃນວຽກງານປົກປັກຮັກສາແຫຼ່ງ ບູຮານສະຖານດັ່ງກ່າວໃນຄັ້ງນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ