ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ປະເມີນຜົນວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ
ເວລາອອກຂ່າວ: 2019-07-11 08:19:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 847 | ຄວາມນິຍົມ:



ກອງປະຊຸມສະຫຼຸບປະເມີນຜົນ ວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ສໍາລັບກົມກອງອ້ອມຂ້າງນະຄອນ ຫຼວງວຽງຈັນ ປະຈໍາປີ 2018 ແລະ ວາງທິດທາງແຜນການ 2019 ຈັດຂຶ້ນໃນວັນທີ 10 ກໍລະ ກົດ ນີ້, ທີ່ສະຖາບັນອະນາໄມກັນ ພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ດຣ ຄໍາ ຜາຍ ຜັນສິລິ ຮອງຫົວໜ້າກົມ ເສນາຮັກ ກົມໃຫຍ່ພະລາທິການ ກອງທັບ, ມີຄະນະພັກ-ຄະນະ ບັນຊາ, ພະແນກການ, ວິຊາການ ສະຖາບັນອະນາໄມກັນພະຍາດ, ພະນັກງານແພດໝໍທີ່ກ່ຽວຂ້ອງ ຈາກບັນດາກົມກອງ, ວິທະຍາ ຄານ, ໂຮງຮຽນ, ໂຮງໝໍອ້ອມ ຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ສະຫາຍ ພັນໂທ ດຣ ໂພສະ ເດັດ ເສນາມົນຕີ ຫົວໜ້າການທະ ຫານສະຖາບັນອະນາໄມກັນພະ ຍາດ ແລະ ສົ່ງເສີມສຸຂະພາບກອງ ທັບ ໄດ້ຂຶ້ນສະຫຼຸບຕີລາຄາຄືນເຖິງ ໝາກຜົນຂອງການຈັດຕັ້ງປະຕິບັດກ່ຽວກັບວຽກງານປິ່ນອ້ອມ ວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບທົ່ວກອງ ທັບເວົ້າລວມ, ເວົ້າສະເພາະແມ່ນ ບັນດາກົມກອງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍໃນເຂດອ້ອມ ຂ້າງນະຄອນຫຼວງວຽງຈັນ ເຊິ່ງ ມີຫຼາຍດ້ານໄດ້ຮັບຜົນສຳເລັດມີ ໝາກຜົນສູງ ແລະ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກທ້າທາຍຕ່າງໆໃນ ການປະຕິບັດໜ້າທີ່ວິຊາສະເພາະ ໃນໄລຍະຜ່ານມາ, ຍົກໃຫ້ເຫັນສະ ພາບລວມຂອງສະຖາບັນອະນາ ໄມກັນພະຍາດ ແລະ ສົ່ງເສີມສຸຂະ ພາບກອງທັບ, ວິທີການຈັດຕັ້ງປະ ຕິບັດວຽກງານວິຊາສະເພາະຄື: ການເຝົ້າລະວັງພະຍາດ, ວຽກ ງານອະນາໄມສິ່ງແວດລ້ອມ ແລະ ຈັດຫານໍ້າສະອາດ, ວຽກງານວິ ໄຈອາຫານ ແລະ ຢາ, ວຽກງານ ຈຸລິນຊີວິທະຍາ, ວຽກງານສົ່ງ ເສີມສຸຂະພາບແມ່ ແລະ ເດັກ, ວຽກ ງານໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້, ເປັນຕົ້ນວຽກງານການ ເຝົ້າລະວັງພະຍາດມີທີມງານ ກຽມພ້ອມລົງສອບສວນ ເມື່ອ ມີການລະບາດຂອງພະຍາດເກີດ ຂຶ້ນໃຫ້ທັນເວລາ, ລົງສຸຂະສຶກສາ ຄວາມຮູ້ພື້ນຖານກ່ຽວກັບພະ ຍາດຕາມລະດູການຕ່າງໆໃຫ້ບັນ ດາກົມກອງອ້ອມຂ້າງ, ນອກນັ້ນ ກວດວິໄຈມາດຕະຖານຄຸນນະ ພາບນໍ້າດື່ມ ແລະ ນໍ້າໃຊ້ເພື່ອຊອກ ຫາສານເຄມີຕົກຄ້າງໃນການຮັບປະກັນຄຸນນະພາບ. ພ້ອມດຽວກັນນັ້ນ, ບັນດານັກ ວິຊາການຈາກສະຖາບັນອະນາ ໄມກັນພະຍາດ ແລະ ສົ່ງເສີມສຸ ຂະພາບກອງທັບ ໄດ້ຜັດປ່ຽນກັນ ຂຶ້ນສະເໜີກ່ຽວກັບຜົນການເຝົ້າ ລະວັງ 17 ພະຍາດ, ອາການຕາມ ຕົວຊີ້ວັດ ແລະ ຕາມເຫດການພາຍ ໃຕ້ການເຝົ້າລະວັງໃນຖັນແຖວ ກອງທັບທົ່ວປະເທດ, ການຈັດຕັ້ງ ປະຕິບັດວຽກງານປ້ອງກັນພະຍາດຮັບໃຊ້ໃຫ້ແກ່ກ້ອນສວນສະໜາມຢູ່ວິທະຍາຄານກົມມະດຳ, ກອງຍິງປືນອາຊຽນ ແລະ ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ຊີ້ນໍາບາງບົດຮຽນໃນການ ປ້ອງກັນພະຍາດດ້ວຍຫຼາຍຊ່ອງ ທາງທີ່ເໝາະສົມເພື່ອເຮັດໃຫ້ສຸ ຂະພາບຂອງບັນດານາຍ ແລະ ພົນ ທະຫານແຂງແຮງ ກຽມພ້ອມ ເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງ, ຈາກນັ້ນບັນດາຜູ້ ແທນຍັງໄດ້ຜັດປ່ຽນກັນສະເໜີ, ປະກອບຄຳຄິດເຫັນຢ່າງກວ້າງ ຂວາງ ແລະ ເພື່ອເຮັດສໍາເລັດໜ້າ ທີ່ວິຊາສະເພາະ ກອງປະຊຸມຍັງ ໄດ້ວາງທິດທາງແຜນການວຽກງານໃນຊຸມປີຕໍ່ໜ້າ. ສະຫາຍ ພັນເອກ ດຣ ຄໍາຜາຍ ຜັນສິລິ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍບັນດາຜົນສໍາເລັດ ຕ່າງໆທີ່ສະຖາບັນອະນາໄມກັນ ພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ ແລະ ພະນັກງານເສນາຮັກບັນດາກົມກອງທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກ ຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕ້ອງຍົກສູງທາງດ້ານການເມືອງແນວຄິດໃຫ້ໜັກແໜ້ນ, ພ້ອມກັນນໍາເອົາບັນດາເນື້ອໃນຈິດໃຈກອງ ປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດຜັນ ຂະຫຍາຍຢູ່ໃນກົມກອງ ແລະ ຂອບ ເຂດຮັບຜິດຊອບຂອງຕົນໃຫ້ເກີດດອກອອກຜົນຕົວຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ