ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ເປີດ​ຊຸດ​ຮຽນ​ວຽກ​ງານ​ຄຸ້ມ​ຄອງ​ອາວຸດ-ກະສຸນ
ເວລາອອກຂ່າວ: 2025-05-15 09:27:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4136 | ຄວາມນິຍົມ:



ວັນ​ທີ 7 ພຶດສະພາ 2025 ນີ້, ຢູ່​ໂຮງງານ ອ 674 ໄດ້​ເປີດ​ຊຸດ​ຮຽນ​ວຽກ​ງານ​ຄຸ້ມ​ຄອງ​ອາວຸດ-ກະສຸນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຈັນ​ສະໝອນ ລັດ​ສະໄໝ ຫົວໜ້າ​ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ສະຫາຍ ພັນ​ເອກ ບຸນ​ທະ​ໜອມ ສາຍ​ຄຳ​ຈັນ ຮອງ​ກົມ​ຄຸ້ມ​ຄອງ​ອາວຸດ-ກະສຸນ ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງງານ ອ 674, ໂຮງງານ ອ 410, ສາງ ອ 2, ໂຮງຮຽນ​ສອນ​ຂັບ​ລົດ 404, ແຂກ​ຖືກ​ເຊີນ, ພະນັກງານ​ຄູ-ອາຈານ ແລະ ນັກຮຽນເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບັນ​ທະວີ ເພັງ​ພົງ​ສະ​ຫວັນ ຫົວໜ້າ​ອຳນວຍ​ການ​ໂຮງງານ ອ 674 ໄດ້​​ຜ່ານ​ແຜນການ ການ​ຮຽນ-ການ​ສອນ ຊຸດ​ຮຽນ​ຄຸ້ມ​ຄອງ​ອາວຸດ-ກະສຸນ ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ ແລະ ການ​ຂາດເຂີນ​ພະນັກງານ​ຄຸ້ມ​ຄອງ​ອາວຸດ-ກະສຸນ ກໍ​ຄື​ວິຊາ​ສະເພາະ​ເຕັກນິກ​ອາວຸດ ຢູ່​ບັນດາ​ກອງ​ພົນ, ທະຫານ​ແຂວງ ແລະ ກອງພັນ​ໃຫຍ່ ຍັງ​ບໍ່​ທັນ​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ເຕັກນິກ​ອາວຸດ ແຕ່​ລະ​ກົມ​ກອງ​ໃຫ້​ຮັບປະກັນ​ໄດ້​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ໃຫ້​ດີ​ຂຶ້ນ​ໄປ​ເລື້ອຍໆ ເພື່ອ​ປັບປຸງ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ ກໍ​ຄື​ການ​ກໍ່ສ້າງ​ນາຍ​ສາງ​ຄຸ້ມ​ຄອງ​ອາວຸດ​ຢຸດ​ໂທ​ປະກອນ​ໃນ​ທົ່ວ​ກອງທັບ ໃຫ້​ມີ​ວິຊາ​ສະເພາະ​ເຕັກນິກ​ທີ່​ແນ່ນອນ, ມີ​ຄວາມ​ເຕີບ​ໃຫຍ່ ແລະ ເຂັ້ມແຂງ​ຮອບດ້ານ. ໂອກາດ​ນີ້, ສະຫາຍ ພັນ​ເອກ ຈັນ​ສະໝອນ ລັດ​ສະໄໝ ໄດ້​ໂອ້​ລົມ ແລະ ໃຫ້​ທິດ​ຊີ້​ນຳ​ນັກຮຽນ​ຊຸດ​ຄຸ້ມ​ຄອງ​ອາວຸດ-ຢຸດ​ໂທ​ອຸປະກອນ ຈົ່ງ​ພ້ອມ​ກັນ​ສູ້​ຊົນ​ປະຕິ ບັດ​ແຜນການ​ອົບຮົມ​ກໍ່ສ້າງ ໃຫ້​ປະສົບ​ຜົນສຳເລັດ​ຕາມ​ແຜນການ​ວາງ​ອອກ ແລະ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການເຝິກແອບ​ຮ່ຳຮຽນ​ການເມືອງ-ການ​ທະຫານ, ນາຍ​ຊ່າງ​ວິຊາ​ສະເພາະເຕັກນິກ, ເອົາໃຈໃສ່​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ ຂອງ​ໂຮງຮຽນ​ວາງ​ອອກ, ຕັ້ງໜ້າ​ເຝິກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ຄຸນສົມບັດ​ສີນ​ທຳ​ປະຕິວັດ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ ແລະ ເຂັ້ມແຂງ​ທຸກ​ດ້ານ ເພື່ອ​ຮັບປະກັນ​ໃນ​ການ​ຮຽນວິ​ຊາ​ສະເພາະ​ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ດີ ເພື່ອ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ໃຫ້​ກາຍເປັນ​ນັກວິຊາການ​ທີ່​ດີ. ພ້ອມ​ນັ້ນ, ຍັງ​ເປັນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ໃນ​ທົ່ວ​ກອງທັບ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ນັກ​ຂ່າວ ອ674



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ