
ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງ
ເວລາອອກຂ່າວ: 2025-05-15 09:32:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2930 | ຄວາມນິຍົມ:
ວັນທີ 13 ພຶດສະພາ 2025 ນີ້, ຢູ່ທີ່ ສະໂມສອນ ກອງບັນຊາການທະຫານແຂວງຄໍາມ່ວນ,ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງຄໍາມ່ວນ, ສະຫວັນນະເຂດ, ແຂວງສາລະວັນ, ກອງພົນທີ 4, ກອງພັນໃຫຍ່ 644 ແລະ ກອງພັນໃຫຍ່ 619.
ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຍົກໃຫ້ຮູ້ສະພາບການ ຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບຊັບຊ້ອນ ເວົ້າສະເພາະແມ່ນສະພາບທີ່ເກີດຂຶ້ນພາຍໃນປະເທດ, ການຕ້ານ ແລະ ສະກັດກັ້ນປະກົດການຫໍ້ຍທໍ້ທາງສັງຄົມ ແລະ ສື່ສັງຄົມອອນລອຍ ເປັນສິ່ງທີ່ປະສົບກັບບັນຫາທ້າທາຍທົດສອບຫຼາຍປະການ. ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານຫຼັກແຫຼ່ງແຕ່ລະສະຫາຍ ຕ້ອງເປັນເຈົ້າການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນປະຈຳ ໂດຍຖືເອົາການຈັດຕັ້ງດຳເນີນຊີວິດການເມືອງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຮູ້ຈຳແນກມິດ ແລະ ສັດຕູ ຈະແຈ້ງ ແລະ ສາມາດຕອບຕ້ານກົນອຸບາຍ, ເລລ່ຽມຂອງກຸ່ມຄົນບໍ່ຫວັງດີ ໄດ້ຢ່າງມີປະສິດທິຜົນສູງ, ເອົາໃຈໃສ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໂດຍການປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວກວດກາສາລະເວຕິດຕາມການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ ຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ໂດຍຕັ້ງໜ້າປະຕິບັດ 7 ລະບອບ 18 ວຽກ, ຂໍ້ກຳນົດ, ກົດລະບຽບຕ່າງໆ ຢ່າງເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມທັງ, ມີການຊຸກຍູ້, ຕິດຕາມ, ກວດກາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີຮອບດ້ານ, ເອົາໃຈໃສ່ກໍ່ສ້າງພັກທັງ 4 ດ້ານ ໂດຍຖືເອົາຄຸນນະພາບເປັນກົກ, ກໍ່ສ້າງພະນັກງານ 3 ຮຸ່ນ ໂດຍອີງໃສ່ຄວາມຮູ້ ຄວາມສາມາດຕົວຈິງ ຕິດພັນກັບຂະບວນການກໍ່ສ້າງກົມກອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຂະບວນການອື່ນໆ, ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍຍູ້ແຮງຂະບວນການປູກຝັງ-ລ້ຽງສັດຢູ່ແຕ່ລະກົມກອງໃຫ້ຫຼາຍຂຶ້ນ ຕິດພັນກັບທິດຊີ້ນຳ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີການຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ກະສຸນ ບໍ່ໃຫ້ເປ່ເພເສຍຫາຍໂດຍບໍ່ມີເຫດຜົນ ເພື່ອຮັບປະກັນກຽມພ້ອມເຮັດສຳເລັດໜ້າທີ່, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອພ້ອມກັນສ້າງກອງທັບປະຊາຊົນລາວ ໃຫ້ເປັນກອງທັບປະຕິວັດ ມີລະບຽບແບບແຜນທັນສະໄໝ.
ໂດຍ: ວິໄລວອນ ພົມມະວົງສາ
ພາບໂດຍ: ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ