ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ຍົກ​ສູງ​ຄວາມ​ຮັບ​ຮູ້ ດ້ານ​ທິດ​ສະ​ດີ​ການເມືອງ ໃຫ້​ພະນັກງານ-ນັກຮົບ ຢູ່​ບັນດາ​ກົມ​ກອງ​ສື່ມວນ​ຊົນ​ກອງທັບ
ເວລາອອກຂ່າວ: 2025-05-15 09:34:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3167 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມພາລະ​ບົດບາດ, ສິດ-ໜ້າທີ່ ​ແລະ ການ ເຄື່ອນໄຫວ​ວຽກ​ງານຂອງກົມ ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການ ເມືອງ​ກອງທັບ ວ່າ​ດ້ວຍ​ການ ຈັດຕັ້ງ​ອົບຮົມ​ການເມືອງ ປະຈຳ ປີ 2025 ແລະ​ ການ​ເກັບ​ກຳ-ທາບ​ທາມ​ສະພາບໃນ​ການຈັດຕັ້ງ​ປະຕິບັດວຽກ​ງານ​ການເມືອງ-ແນວ​ຄິດ, ວຽກ​ງານ​ໂຄສະນາ-ຂະ​ບວນ​ການ ແລະ ສື່​ມວນ​ຊົນ​ຢູ່​ບັນດາ​ກົມ​ກອງ ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ເພື່ອ​ຮັບປະກັນ​ໃຫ້​ແກ່​ວຽກ​ງານ​ໂຄສະນາເຜີຍ ແຜ່​ມູນເຊື້ອ​ຂອງ​ກອງທັບ, ຜົນ ງານ​ການເຄື່ອນໄຫວ​ຂອງ​ກົມ​ກອງ ຜ່ານ​ສື່​ມວນ​ຊົນໃຫ້​ສັງຄົມ​ໄດ້​ຮັບ​ຮູ້​ກວ້າງຂວາງ, ທົ່ວ​ເຖິງ, ຖືກ​ທິດ, ມີ​ເນື້ອ​ໃນ​ເລິກເຊິ່ງ ແລະ ມີ​ປະສິດທິພາບ​ສູງ. ສະຫາຍ ພັນ​ເອກ ແກ້ວ​ສຸວັນ ຜາງ​ພິລາ​ວົງ ກຳມະການ​ຄະນະ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ, ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ໃຫ້​ສຳພາດ​ວ່າ: ຊຸດ​ອົບຮົມ​ທິດ​ສະ​ດີ​ການເມືອງໄລຍະ​ສັ້ນ ໃຫ້​ພະນັກງານ-ນັກຮົບ ຢູ່ ບັນດາ​ກົມ​ກອງ​ສື່​ມວນ​ຊົນ​ກອງທັບ ປະຈຳ​ປີ 2025 ຄັ້ງ​ນີ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ. ໂດຍ​ຈຸດປະສົງກໍ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້ດ້ານ​ທິດ​ສະ​ດີ​ການເມືອງ, ຫຼັກການ, ແບບແຜນ​ວິທີ​ເຮັດ​ວຽກໃຫ້​ພະນັກງານ-ນັກຮົບ, ນັກ​ຂ່າວ​ໃໝ່ຢູ່​ບັນດາ​ກົມ​ກອງ​ສື່​ມວນ​ຊົນ​ກອງທັບໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ, ສືບຕໍ່​ນຳ​ເອົາ​ບັນດາ​ແນວທາງ​ແຜນ​ນະ ໂຍບາຍ​ຂອງ​ພັກ-ລັດ, ສຶກ​ສາ​ອົບຮົມ ໃຫ້​ພະນັກງານ-ນັກຮົບ ຢູ່​ບັນດາ​ກົມ​ກອງ​ສື່​ມວນ​ຊົນ​ໃນ​ກອງທັບ ໃຫ້​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ຂອງ​ພັກ, ຕໍ່​ການ​ປະຕິວັດ ແລະ ປະເທດ​ຊາດ. ຄາດໝາຍ​ຂອງ​ການ​ອົບຮົມ​ຄັ້ງ​ນີ້ ພາຍຫຼັງ​ໄດ້​ຮຽນ​ຮູ້​ທາງ​ດ້ານ​ທິດ​ສະ​ດີ, ຫຼັກການ​ແລ້ວນຳໄປ​ຈັດ​ຕັ້ງ​ປະຕິບັດ ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ຂອງ​ກົມ​ກອງຢ່າງ​ຖືກຕ້ອງ, ກຳ​ໃຫ້​ໄດ້​ແນວທາງ​ຂອງ​ພັກ, ລະບົບ​ການ​ຊີ້​ນຳ-ບັນຊາ​ໃນ​ກອງທັບ, ພາລະ​ບົດບາດ, ສິດ, ໜ້າທີ່ ແລະ ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ, ຖື​ເອົາ​ໂອກາດ​ນີ້ເປັນ​ການ​ກະຕຸກ​ຊຸກຍູ້​ຂະ​ບວນ​ການ​ດ້ານ​ຕ່າງໆ ປະກອບສ່ວນ​ເຂົ້າ​ໃນ​ການ​ກະກຽມ​ສະເຫຼີມສະຫຼອງ ວັນປະຫວັດສາດ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ຂອງ​ສາກົນ ເວົ້າ​ລວມ, ເວົ້າ​ສະເພາະໃນ​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ໃນ​ທົ່ວ​ກອງທັບ, 3 ວັນ​ປະ ຫວັດສາດ (ວັນ​ສ້າງຕັ້ງ​ພັກ​ປະ ຊາຊົນ​ປະຕິວັດ​ລາວ ຄົບຮອບ 70 ປີ, ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ແລະ ວັນ​ເກີດ​ຂອງ​ທ່ານ​ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ໃຫ້​ມີ​ເນື້ອ​ໃນ​ເລິກເຊິ່ງ ແລະ ເປັນ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ. ຊຸດ​ອົບຮົມ​ໃນ​ຄັ້ງ​ນີ້ ມີ​ສຳ​ມະ​ນາ​ກອນ​ເຂົ້າ​ຮັບ​ການ​ອົບ​ຮົບ​ທັງ​ໝົດ 70 ສະຫາຍ, ຍິງ 32 ສະຫາຍ, ເຊິ່ງ​ມາ​ຈາກ 8 ກົມ​ກອງ​ສື່ມວນ ​ຊົນ​ກອງທັບ ຄື: ໜັງສືພິມ​ກອງ ທັບ, ວິທະຍຸ​ກະຈາຍສຽງ​ກອງ ທັບ, ໂທລະພາບ​ກອງທັບ, ວາລະສານ​ປ້ອງ​ກັນ​ຊາດ, ກອງ​ສິ ລະ​ປະກອນ​ກອງທັບ, ຫໍ​ພິ​ພິ​ທະ​ ພັນ​ປະຫວັດສາດ​ກອງທັບ, ຫໍ ສະໝຸດ​ກອງທັບ ແລະ ໂຮງພິມ​ກອງທັບ, ໄດ້​ແບ່ງ​ອອກ​ເປັນ 2 ຊຸດ​ຮຽນ, ສຳລັບ​ເນື້ອ​ໃນ​ທີ່​ນຳ​ ມາ​ເຝິກອົບຮົມ​ມີ 3 ບົດ, ໃຊ້​ເວ ລາ​ຂຶ້ນ​ຫ້ອງ​ຕົວ​ຈິງ 42 ຊົ່ວໂມງ, ການ​ສົນທະນາ ແລະ ຂຽນ​ບົດ​ເກັບ​ກ່ຽວ​ຕົວ​ຈິງ 42 ຊົ່ວໂມງ, ລວມ​ທັງ​ໝົດ ມີ 84 ຊົ່ວໂມງ, ກຳນົດ​ເວລາ 14 ວັນ ເລີ່ມ​ແຕ່​ວັນ​ທີ 12-27 ພຶດສະພາ 2025 ຈຶ່ງ​ຈະ​ສຳເລັດ. ສະຫາຍ ພັນ​ເອກ ແກ້ວ​ສຸວັນ ຜາງ​ພິລາ​ວົງ ໄດ້​ໃຫ້​ຮູ້​ຕື່ມ​ວ່າ: ພາຍຫຼັງ​ສຳເລັດ​ການ​ເຝິກອົບຮົມ ໃນ​ຊຸດ​ນີ້​ແລ້ວ, ແຜນການ​ໃນຕໍ່ ໜ້າ​ຈະ​ສືບຕໍ່​ຊີ້​ນຳ ແລະ ເປີດຊຸດ ​ເຝິກອົບຮົມ ເພື່ອ​ຍົກ​ລະດັບ​ທິດ​ ສະ​ດີ​ການເມືອງ, ຫຼັກການ-ແບບແຜນ​ວິທີ​ເຮັດ​ວຽກໃຫ້​ພະ ນັກງານ-ນັກຮົບ​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ ແລະ ນັກ​ຂ່າວ​ໃໝ່ ຢູ່​ບັນດາ​ກົມ​ກອງ​ສື່​ມວນ​ຊົນ​ກອງທັບ ຕະຫຼອດ​ຮອດ​ບັນດາ​ກົມ​ກອງກຳລັງ​ຫຼວງ-ກຳລັງ​ທ້ອງ ຖິ່ນ ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ​ອີກ​ບາດກ້າວ​ໜຶ່ງ ໃຫ້​ສົມ​ກັບ​ວ່າ ສື່​ມວນ​ຊົນ​ກອງທັບ ເປັນ​ກະບອກ​ສຽງ​ອັນ​ແຫຼມ​ຄົມຂອງ​ພັກ-ລັດ ເວົ້າ​ລວມ, ເວົ້າ​ສະເພາະ​ ກໍ​ແມ່ນ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ. ໂດຍ: ສຸກ​ສາຄອນ (ວິທະຍຸ​ກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ