
ຍົກສູງຄວາມຮັບຮູ້ ດ້ານທິດສະດີການເມືອງ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກົມກອງສື່ມວນຊົນກອງທັບ
ເວລາອອກຂ່າວ: 2025-05-15 09:34:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2076 | ຄວາມນິຍົມ:
ໂດຍປະຕິບັດຕາມພາລະບົດບາດ, ສິດ-ໜ້າທີ່ ແລະ ການ ເຄື່ອນໄຫວວຽກງານຂອງກົມ ໂຄສະນາອົບຮົມ ກົມໃຫຍ່ການ ເມືອງກອງທັບ ວ່າດ້ວຍການ ຈັດຕັ້ງອົບຮົມການເມືອງ ປະຈຳ ປີ 2025 ແລະ ການເກັບກຳ-ທາບທາມສະພາບໃນການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ-ຂະບວນການ ແລະ ສື່ມວນຊົນຢູ່ບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ວຽກງານໂຄສະນາເຜີຍ ແຜ່ມູນເຊື້ອຂອງກອງທັບ, ຜົນ ງານການເຄື່ອນໄຫວຂອງກົມກອງ ຜ່ານສື່ມວນຊົນໃຫ້ສັງຄົມໄດ້ຮັບຮູ້ກວ້າງຂວາງ, ທົ່ວເຖິງ, ຖືກທິດ, ມີເນື້ອໃນເລິກເຊິ່ງ ແລະ ມີປະສິດທິພາບສູງ.
ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ສຳພາດວ່າ: ຊຸດອົບຮົມທິດສະດີການເມືອງໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ຢູ່ ບັນດາກົມກອງສື່ມວນຊົນກອງທັບ ປະຈຳປີ 2025 ຄັ້ງນີ້ຈັດຂຶ້ນເປັນຄັ້ງທຳອິດ. ໂດຍຈຸດປະສົງກໍເພື່ອຍົກສູງຄວາມຮັບຮູ້ດ້ານທິດສະດີການເມືອງ, ຫຼັກການ, ແບບແຜນວິທີເຮັດວຽກໃຫ້ພະນັກງານ-ນັກຮົບ, ນັກຂ່າວໃໝ່ຢູ່ບັນດາກົມກອງສື່ມວນຊົນກອງທັບໃຫ້ມີປະສິດທິພາບສູງຂຶ້ນ, ສືບຕໍ່ນຳເອົາບັນດາແນວທາງແຜນນະ ໂຍບາຍຂອງພັກ-ລັດ, ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກົມກອງສື່ມວນຊົນໃນກອງທັບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ. ຄາດໝາຍຂອງການອົບຮົມຄັ້ງນີ້ ພາຍຫຼັງໄດ້ຮຽນຮູ້ທາງດ້ານທິດສະດີ, ຫຼັກການແລ້ວນຳໄປຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງຂອງກົມກອງຢ່າງຖືກຕ້ອງ, ກຳໃຫ້ໄດ້ແນວທາງຂອງພັກ, ລະບົບການຊີ້ນຳ-ບັນຊາໃນກອງທັບ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຈັນຍາບັນຂອງນັກຂ່າວ, ຖືເອົາໂອກາດນີ້ເປັນການກະຕຸກຊຸກຍູ້ຂະບວນການດ້ານຕ່າງໆ ປະກອບສ່ວນເຂົ້າໃນການກະກຽມສະເຫຼີມສະຫຼອງ ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງສາກົນ ເວົ້າລວມ, ເວົ້າສະເພາະໃນການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວກອງທັບ, 3 ວັນປະ ຫວັດສາດ (ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນຕໍ່ເນື່ອງ. ຊຸດອົບຮົມໃນຄັ້ງນີ້ ມີສຳມະນາກອນເຂົ້າຮັບການອົບຮົບທັງໝົດ 70 ສະຫາຍ, ຍິງ 32 ສະຫາຍ, ເຊິ່ງມາຈາກ 8 ກົມກອງສື່ມວນ ຊົນກອງທັບ ຄື: ໜັງສືພິມກອງ ທັບ, ວິທະຍຸກະຈາຍສຽງກອງ ທັບ, ໂທລະພາບກອງທັບ, ວາລະສານປ້ອງກັນຊາດ, ກອງສິ ລະປະກອນກອງທັບ, ຫໍພິພິທະ ພັນປະຫວັດສາດກອງທັບ, ຫໍ ສະໝຸດກອງທັບ ແລະ ໂຮງພິມກອງທັບ, ໄດ້ແບ່ງອອກເປັນ 2 ຊຸດຮຽນ, ສຳລັບເນື້ອໃນທີ່ນຳ ມາເຝິກອົບຮົມມີ 3 ບົດ, ໃຊ້ເວ ລາຂຶ້ນຫ້ອງຕົວຈິງ 42 ຊົ່ວໂມງ, ການສົນທະນາ ແລະ ຂຽນບົດເກັບກ່ຽວຕົວຈິງ 42 ຊົ່ວໂມງ, ລວມທັງໝົດ ມີ 84 ຊົ່ວໂມງ, ກຳນົດເວລາ 14 ວັນ ເລີ່ມແຕ່ວັນທີ 12-27 ພຶດສະພາ 2025 ຈຶ່ງຈະສຳເລັດ.
ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ໃຫ້ຮູ້ຕື່ມວ່າ: ພາຍຫຼັງສຳເລັດການເຝິກອົບຮົມ ໃນຊຸດນີ້ແລ້ວ, ແຜນການໃນຕໍ່ ໜ້າຈະສືບຕໍ່ຊີ້ນຳ ແລະ ເປີດຊຸດ ເຝິກອົບຮົມ ເພື່ອຍົກລະດັບທິດ ສະດີການເມືອງ, ຫຼັກການ-ແບບແຜນວິທີເຮັດວຽກໃຫ້ພະ ນັກງານ-ນັກຮົບທີ່ເຮັດວຽກງານສື່ມວນຊົນ ແລະ ນັກຂ່າວໃໝ່ ຢູ່ບັນດາກົມກອງສື່ມວນຊົນກອງທັບ ຕະຫຼອດຮອດບັນດາກົມກອງກຳລັງຫຼວງ-ກຳລັງທ້ອງ ຖິ່ນ ໃຫ້ມີປະສິດທິພາບສູງຂຶ້ນອີກບາດກ້າວໜຶ່ງ ໃຫ້ສົມກັບວ່າ ສື່ມວນຊົນກອງທັບ ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ຂອງກະຊວງປ້ອງກັນປະເທດ.
ໂດຍ: ສຸກສາຄອນ (ວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ