ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ຫົວໜ້າ​ການເມືອງ ທະ​ຫານ​​ເເຂວງ​ອັດ​ຕະ​ປື ເຄື່ອນ​ໄຫວ​ຊຸກຍູ້ ແລະ ມອບ​ເຄື່ອງ​ໃຫ້​ພະນັກງານ-ນັກຮົບ ຢູ່ ເມືອງ​ສະໜາມ​ໄຊ
ເວລາອອກຂ່າວ: 2025-05-16 09:22:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2521 | ຄວາມນິຍົມ:



ວັນ​ທີ 11 ພຶດສະພາ 2025, ສະຫາຍ ພັນ​ເອກ ສີ​ສົມ​ໃຈ ມະໂນ​ລາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ພ້ອມ​ດ້ວຍ​ຄະນະ​ນຳ​ຂອງ​​ເເຂວງ ແລະ ບັນດາ​ຫົວໜ່ວຍ​ທຸລະ​ກິດ ໄດ້​ລົງ​ເຄື່ອນ​ໄຫວ ຢ້ຽມ ຢາມ​ຊຸກຍູ້ ແລະ ມອບ​ເຄື່ອງ ອຸປະ ໂພກ-ບໍລິໂພກ, ອຸປະກອນ​ກິລາ ຈຳນວນ​ໜຶ່ງ ໃຫ້​ກອງພັນ 21, ກອງຮ້ອຍ​ທີ 2 ແລະ ກອງຮ້ອຍ​ທະຫານ​ຊາຍ​​ເເດນ 543, ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ ຈາກ ຄະນະ​ກອງພັນ, ຄະນະ​ກອງຮ້ອຍ​ທະ ຫານ​ຊາຍ​​ເເດນ ພ້ອມ​ດ້ວຍ ພະ ນັກງານ-ນັກຮົບ ເຂົ້າ​ຮ່ວມ. ຄະນະ​ພັກ-ຄະນະ​ບັນຊາແຕ່​ລະ​ກົມ​ກອງ ໄດ້​ຜັດປ່ຽນ​ກັນ​ລາຍ​ງານ​ກ່ຽວ​ກັບ ການຈັດຕັ້ງ​ປະຕິບັດ​ໜ້າທີ່​ໃນ​ໄລຍະ​ຜ່ານ​ມາ, ສະພາບ​ການ​ທີ່​ເກີດ​ຂຶ້ນ, ພາ ລະ​ບົດບາດ, ທີ່​ຕັ້ງ​ກົມ​ກອງ​ຂອງ​ຕົນ. ໂອກາດ​ດຽວ​ກັນ​ນີ້, ຄະນະ​ດັ່ງກ່າວ​ຍັງ​ໄດ້​ມອບ​ເຄື່ອງ ອຸປະ ໂພກ-ບໍລິໂພກ, ເຂົ້າສານ​ອາ​ຫານ​​ເເຫ້ງ, ບານເຕະ, ບານສົ່ງ, ກະຕໍ້ ຈຳນວນ​ໜຶ່ງ; ໃນ​ນັ້ນ, ຍັງ​ໄດ້​ມອບ​ເງິນສົດ​ໃຫ້​ກອງພັນ 21 ຈຳນວນ 2.000.000 ກີບ ແລະ ກອງຮ້ອຍ​ທະຫານ​ຊາຍ​​ເເດນ 543 ຈຳນວນ 5.000.000 ກີບ. ສະຫາຍ ພັນ​ເອກ ສີ​ສົມ​ໃຈ ມະໂນ​ລາ ໄດ້​ສະແດງ​ຄວາມ​ຍ້ອງ ຍໍ​ຊົມເຊີຍຕໍ່ພະນັກງານ-ນັກຮົບ ທຸກ​ສະຫາຍທີ່​ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ຂອງ​ຕົນ​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ, ເຖິງ​ແມ່ນ​ວ່າ​ຈະ​ມີ​ອຸປະສັກ​ຫຍຸ້ງຍາກ​ປານໃດ​ກໍ​ຕາມ ແຕ່​ທຸກ​ສະຫາຍ​ກໍ​ຍັງ​ມີ​ແນວ​ຄິດ​ອຸ່ນ​ອຽນ, ທຸ່ນ​ທ່ຽງຕໍ່ໜ້າ​ທີ່​ຂອງ​ຕົນ ເພື່ອ​ປະກອບ ສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ຊາດ ໂດຍ​ສະເພາະ​ແມ່ນ​ການ​ປ້ອງ​ກັນ​ຊາຍ​​ເເດນ, ດ້ວຍ​ຄວາມ​ຮັບຜິດຊອບ​ສູງ. ພ້ອມ​ທັງ ໄດ້​ເນັ້ນ​ໜັກ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ ກົມ​ກອງ ຈັດ​ຕັ້ງ​ກຳລັງ​ອອກ​ເຄື່ອນ​ໄຫວ​ກວດກາ ສາລະ​ເວນ ຕິດຕາມ​ເກັບ​ກຳ​ສະພາບ​ຂອງ​ສັດຕູ, ມີ​ສະຕິ​ລະວັງ​ຕົວ​ສູງ ເພື່ອ​ບໍ່​ໃຫ້​ພວກ​ກຸ່ມ​ຄົນ​ບໍ່​ດີ ເຂົ້າ​ມາ​ກໍ່​ຄວາມ​ບໍ່​ສະຫງົບ​ໃນ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ຕົນ, ເອົາໃຈໃສ່​ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ທີ່​ເກີດ​ຈະ​ຂຶ້ນ​ຕາມ​ຂອບ​ເຂດ​ຊາຍ​​ເເດນ ເພື່ອ​ເຮັດ​ໃຫ້​ສະພາບ​ກົມ​ກອງ​ຂອງ​ຕົນ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໂດຍ: ສຸກ​ສະໄໝ ນວນ​ມະ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ