
ກອງພັນໃຫຍ່ 702 ປະກາດການເລື່ອນຊັ້ນນາຍສິບ
ເວລາອອກຂ່າວ: 2025-05-22 09:13:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1109 | ຄວາມນິຍົມ:
ໃນວັນທີ 20 ພຶດສະພາ 2025 ນີ້, ກອງພັນໃຫຍ່ 702 ໄດ້ປະກາດການເລື່ອນຊັ້ນໃຫ້ນາຍສິບ ແລະ ພົນທະຫານ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອີງທອງ ວົງສົມພັນ ຄະນະພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 702, ມີບັນດາຄະນະພັກ-ຄະນະບັນຊາ, ກອງພັນຕະຫຼອດຮອດພະນັກງານ-
ນັກຮົບຜູ້ທີ່ໄດ້ຮັບຊັ້ນໃໝ່ທົ່ວກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສາຍທອນ ສີປະເສີດ ຫົວໜ້າຂະແໜງກຳລັງພົນ ກອງພັນໃຫຍ່ 702 ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານອາກາດ ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສິບຢູ່ກອງພັນໃຫຍ່ 702 ໂດຍອີງຕາມຂໍ້ກຳນົດ, ກົດລະບຽບຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ(ສະບັບປັບປຸງ), ອີງຕາມໜັງສືສະເໜີ ຂອງກອງພັນໃຫຍ່ 702 ໃນນີ້, ກອງບັນຊາການທະຫານອາກາດຕົກລົງເລື່ອນຊັ້ນ ສິບຕີ ຂຶ້ນ ສິບໂທ ຈຳນວນ 29 ສະຫາຍ, ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ ຈຳນວນ 18 ສະຫາຍ.
ໂອກາດນີ້, ສະຫາຍປະທານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງມາໄດ້ ແລະ ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະບັນຊາແຕ່ລະຂັ້ນສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ບັນດາພະນັກງານ-ນັກຮົບໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຊັ້ນໃໝ່ໃຫ້ຮູ້ຈຳແນກມິດ ແລະ ສັດຕູຢ່າງຈະແຈ້ງ, ເອົາໃຈໃສ່ຕັ້ງໜ້າເຝິກຟົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ໄປພ້ອມກັບປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຕ່າງໆຂອງກອງທັບ ເປັນຕົ້ນແມ່ນ 7 ລະບອບ 18 ຂອງກອງທັບວາງອອກອີກດ້ວຍ.
ໂດຍ: ນາງ ດວງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ