
ສະຫະພັນນັກຮົບເກົ່າ ແຂວງຈຳປາສັກ ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V
ເວລາອອກຂ່າວ: 2025-05-22 09:18:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1016 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າແຂວງຈຳປາສັກ ໄດ້ເປີດຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດຢ່າງ
ຈົບງາມ ໃນວັນທີ 15 ພຶດສະພາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ, ມີ ສະຫາຍ ພັນເອກ ບຸນມາກ ວິລະວົງ ເລຂາໜ່ວຍພັກຮາກຖານ, ປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ, ມີຄະນະຈັດຕັ້ງແຂວງ, ຄະນະໜ່ວຍພັກສະຫະພັນນັກຮົບເກົ່າແຂວງ, ແຂກທີ່ຖືກເຊີນ ຕະຫຼອດຮອດຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳແສນ ພົດຈະນາກິດ ປະທານກວດກາໜ່ວຍພັກຮາກຖານ ສະຫະພັນນັກຮົບເກົ່າແຂວງຈຳປາສັກ ໄດ້ ຜ່ານບົດລາຍງານການເມືອງທັງສອງພາກ. ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຕ້ອງແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ໄລຍະ 5 ປີທີ່ ຜ່ານມາ. ຄະນະໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າແຂວງຈຳປາສັກ ໄດ້ນຳພາ-ຊີ້ນຳ ອົງການຈັດຕັ້ງສະຫະພັນນັກຮົບເກົ່າເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ອັນທີ່ພົ້ນເດັ່ນແມ່ນການສ້າງໃຫ້ສະພາບມີຄວາມສະຫງົບ ໂດຍການນຳເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບລົງຈັດຕັ້ງຜັນຂະຫຍາຍໃຫ້ກາຍເປັນຂອງທົ່ວປວງຊົນຢ່າງຮອບດ້ານ. ຊຸກຍູ້ອົງການຈັດຕັ້ງຊາວໜຸ່ມສຶກສາອົບຮົມຄົນຮຸ່ນໃໝ່ໃຫ້ມີຄຸນນະພາບ. ມີແນວຄິດຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກລະບອບໃໝ່, ຕີຖອຍທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ໝົດໄປ, ເດັດດ່ຽວຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ. ໄປພ້ອມກັບການປຸກລະດົມຊຸກຍູ້ໃຫ້ອຳນາດການປົກຄອງທຸກຂັ້ນຕັ້ງໜ້າສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ປະກົດຜົນເປັນຈິງ. ຄະນະໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າແຂວງຈຳປາສັກ ມີ 3 ຈຸພັກ ຂຶ້ນກັບມີສະມາຊິກພັກທັງໝົດ 18 ສະຫາຍ, ຄະນະໜ່ວຍພັກຮາກຖານສະຫະພັນ ນັກຮົບເກົ່າແຂວງ ໄດ້ຖືກຮັບຮອງເປັນ ໜ່ວຍພັກຮູ້ນຳພາຮອບດ້ານ 5 ປີ ຊ້ອນ ແລະ ເປັນຄະນະໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 2 ສະໄໝ. ຈາກນັ້ນ, ໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍພັນເອກ ບຸນມາກ ວິລະວົງ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ພັນໂທ ບຸນເນື່ອງ ສີພາ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນໂທ ຄຳແສນ ພົດຈະນາກິດ ເປັນປະທານກວດການພັກ ຂອງ
ໜ່ວຍພັກຮາກຖານສະຫະພັນນັກຮົບເກົ່າແຂວງຈຳປາສັກ ສະໄໝທີ V.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ