ປະກາດບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2019-07-24 09:20:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1984 | ຄວາມນິຍົມ: ![]()
ວັນທີ 17 ກໍລະກົດ 2019 ນີ້,
ກອງບັນຊາການທະຫານແຂວງ ອຸດົມໄຊ ໄດ້ຈັດພິທີປະກາດບ້ານ
ປ້ອງກັນຊາດເຂັ້ມແຂງໃຫ້ບ້ານ
ສີບຸນເຮືອງ ເມືອງຮຸນ ແຂວງ
ອຸດົມໄຊ ຢູ່ທີ່ສະໂມສອນບ້ານດັ່ງ
ກ່າວ, ໂດຍພາຍໃຕ້ການເປັນປະ ທານ ຂອງທ່ານ ບຸນຕຽມ ສຸພັນ ທອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຮຸນ ປະ
ທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເມືອງ, ເປັນກຽດ ເຂົ້າຮ່ວມໂດຍມີ ສະຫາຍ ພັນເອກ
ບຸນຍົງ ໜໍ່ແກ້ວ ຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງອຸດົມໄຊ, ມີເລຂາພັກບ້ານ
ນາຍບ້ານໆສີບຸນເຮືອງ, ຄະນະ
ພັກ-ຄະນະບັນຊາກອງບັນຊາ ການທະຫານເມືອງ, ອຳນາດການ
ປົກຄອງບ້ານ ຕະຫຼອດຮອດເຖົ້າ
ແກ່ແນວໂຮມ ແລະ ພໍ່ແມ່ປະຊາ ຊົນພາຍໃນບ້ານເຂົ້າຮ່ວມ.
ສະຫາຍ ບຸນທັນ ທຳມະວົງ ເລຂາ
ພັກບ້ານ ນາຍບ້ານໆສີບຸນເຮືອງ ໄດ້ຂຶ້ນສະຫຼຸບການຊີ້ນຳ-ນຳພາ
ປະຊາຊົນສ້າງຄອບຄົວປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ເຂັ້ມແຂງຕາມແນວທາງນະໂຍ ບາຍຂອງພັກ, ວ່າດ້ວຍການຫັນ
ໜ້າທີ່ ປກຊ-ປກສ ທົ່ວປວງຊົນ ຮອບດ້ານເປັນໜ້າທີ່ຂອງໝົດທຸກ ຄົນ ເຊິ່ງໃນຊຸມປີຜ່ານມາເຫັນວ່າ ມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ນັບມື້
ດີຂຶ້ນເປັນກ້າວໆ, ບ້ານສີບຸນ ເຮືອງມີ 745 ຫຼັງຄາເຮືອນ, ມີ
987 ຄອບຄົວ, ມີພົນລະເມືອງ
4.555 ກວ່າຄົນ, ມີ 3 ຊົນເຜົ່າ ໃຫຍ່ຄືເຜົ່າລາວລຸ່ມກວມເອົາ 32,5%, ເຜົ່າກຶມມຸ 49,5%, ເຜົ່າມົ້ງ 18% ແລະ ໄດ້ຮັບນາມະ ຍົດເປັນໜ່ວຍພັກ ເຂັ້ມແຂງ ປອດ
ໃສ ໜັກແໜ້ນ 6 ສະໄໝ, ເປັນໜ່ວຍ ຊາວໜຸ່ມເຂັ້ມແຂງ 2 ສາມັກຄີ 3 ດີ 4 ພັດທະນາ ແລະ ໜ່ວຍແມ່ຍິງ 3 ດີ, ເປັນບ້ານສາທາລະນະສຸກ ແບບຢ່າງ, ບ້ານປອດຄະດີ, ປອດ ຢາເສບຕິດ, ບ້ານວັດທະນະທຳ ແລະ ບ້ານພັດທະນາຮອບດ້ານ, ຜ່ານການປະເມີນຕົວຈິງໃນຕາມ 6 ມາດຖານເງື່ອນໄຂສາມາດຢັ້ງ
ຢືນເປັນຄອບຄົວ ແລະ ບ້ານປ້ອງ
ກັນຊາດເຂັ້ມແຂງໄດ້ 90,6%. ໂອກາດດຽວກັນນີ້ ພັນເອກ ບຸນ
ຍົງ ໜໍ່ແກ້ວ ຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງອຸດົມໄຊ ກໍໄດ້ມອບໃບຢັ້ງ ຢືນໃຫ້ຄອບຄົວ, ບ້ານປ້ອງກັນ ຊາດເຂັ້ມແຂງໃຫ້ບ້ານດັ່ງກ່າວຢ່າງສົມກຽດ.
ໃນຕອນທ້າຍຂອງພິທີ ສະຫາຍ
ບຸນຕຽມ ສຸພັນທອງ ກໍາມະການ
ພັກແຂວງ ເລຂາພັກເມືອງ ເຈົ້າ
ເມືອງໆຮຸນປະທານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ເມືອງ ໄດ້ມີຄຳເຫັນໂອ້ລົມກ່ອນ ອື່ນໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ຄະນະພັກ, ອຳ ນາດການປົກຄອງ ແລະ ປະຊາຊົນ ພາຍໃນບ້ານດັ່ງກ່າວທີ່ໄດ້ພ້ອມ
ກັນສ້າງສາພັດທະນາຄອບຄົວ ຕົນເອງໃຫ້ດີຂຶ້ນເປັນກ້າວໆ ພ້ອມ ທັງໄດ້ຮຽກຮ້ອງໃຫ້ຄະນະພັກກໍຄື ອຳນາດການປົກຄອງບ້ານສືບຕໍ່ ປັບປຸງບັນດາອົງການຈັດຕັ້ງຂັ້ນ ບ້ານໃຫ້ນັບມື້ມີຄວາມເຂັ້ມແຂງ, ເປັນເຈົ້າການປະກອບສ່ວນເຮັດ ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງດ້ານການຈັດຕັ້ງ, ເພີ່ມ ທະວີຄວາມສາມັກຄີພາຍໃນໃຫ້ ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບ
ປຸງ ແລະ ຮັກສາມູນເຊື້ອອັນດີງາມ ຂອງບ້ານໄວ້ໃຫ້ໝັ້ນຄົງຕະຫຼອດ
ໄປ.
ໂດຍ: ທະນູວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















