ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ກອງບັນຊາການທະຫານແຂວງໄຊສົມບູນ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2025-05-29 15:26:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3173 | ຄວາມນິຍົມ:



ວັນທີ 29 ພຶດສະພາ 2025 ນີ້, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ປາຖະກະຖາ 2 ວັນປະຫວັດສາດ: ວັນວີລະກໍາຜູ້ນໍາແຫກຄຸກ ຂອງຜູ້ນໍາພັກ-ແນວລາວຮັກຊາດ ຄົບຮອບ 64 ປີ ແລະ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວີລະຊົນ ທີ່ທົ່ງໄຫຫີນ-ຊຽງຂວາງ ຄົບຮອບ 65 ປີ ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງໄຊສົມບູນ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ໄດ້ເລົ່າມູນເຊື້ອວັນວີລະກໍາຜູ້ນໍາແຫກຄຸກອັນພິລະອາດຫານ, ນໍ້າໃຈຮັກຊາດ, ຮັກປະຊາຊົນ ອັນຍິ່ງໃຫຍ່ ຂອງຜູ້ນໍາພັກ-ແນວລາວຮັກຊາດ ທັງ 16 ທ່ານ ທີ່ຖືກພວກຈັກກະພັດ ແລະ ລູກແຫຼ່ງຕີນມື ທີ່ໃຊ້ກົດອຸບາຍຈັບກຸມເອົາໄປຄຸມຂັງ ຢູ່ທີ່ຄຸກໂພນເຄັງ ດ້ວຍຄວາມສະຫຼາດສ່ອງໃສ ມີໄຫວພິບ ຂອງບັນດາທ່ານຜູ້ນໍາ ທີ່ໄດ້ປຸກລະດົມຂົນຂວາຍການເມືອງແນວຄິດ ເຮັດໃຫ້ສາລະວັດທະຫານຝ່າຍລາຊາອານາຈັກລາວ ເຫັນທາດແທ້ຂອງຝ່າຍຫຸ່ນວຽງຈັນ ຫັນມາຮ່ວມມືຊ່ວຍເຫຼືອຜູ້ນໍາການປະຕິວັດ ພ້ອມທັງໄດ້ຮັບຄວາມຊ່ວຍເຫຼືອຈາກປະຊາຊົນຕະຫຼອດໄລຍະທາງເຖິງເຂດທີ່ໝັ້ນການປະຕິວັດຢ່າງປອດໄດ້. ພ້ອມນັ້ນ, ໄດ້ເລົ່າຄືນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວີລະຊົນ ທີ່ທົ່ງໄຫຫີນ-ຊຽງຂວາງ ເປັນຂີດໝາຍອັນສໍາຄັນ ແມ່ນຄວາມຕັດສິນໃຈອັນເດັດດ່ຽວ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ເຮັດໃຫ້ພະນັກງານ-ນັກຮົບ ກອງພັນທີ 2 ວີລະຊົນ ໄດ້ຕັດສິນໃຈຜ່າວົງປິດລ້ອມ ຂອງສັດຕູອອກຈາກທົ່ງໄຫຫີນ-ຊຽງຂວາງ ໃນຄໍ່າຄືນວັນທີ 18 ພຶດສະພາ 1959 ນັ້ນ ສະແດງໃຫ້ເຫັນນໍ້າໃຈສາມັກຄີເດັດດ່ຽວໜ່ຽວແໜ້ນ, ມີການເມືອງໜັກແໜ້ນ, ນໍ້າໃຈຮັກຊາດອັນສູງສົ່ງ, ຮູ້ທັນກົນອຸບາຍຂອງສັດຕູ ຍອມເສຍສະຫຼະຕົນເອງ ອຸທິຕົນເພື່ອການປະຕິວັດຕໍ່ສູ້ກູ້ຊາດ ຍາດເອົາຄວາມເປັນເອກະລາດ ອິດສະຫຼະພາບ ມາໃຫ້ປວງຊົນລາວ ດ້ວຍຄວາມພິລະອາດຫານ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຍັງໄດ້ເນັ້ນໜັກໃຫ້ພະນັກງານ- ນັກຮົບ ທົ່ວກອງບັນຊາການທະຫານແຂວງໄຊສົມບູນ ຈົ່ງເສີ່ມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງ ພະນັກງານ-ນັກຮົບ ກອງພັນທີ 2 ວີລະຊົນ ໃນເມື່ອກ່ອນໃຫ້ໝັ້ນຄົງ, ຈົ່ງເອົາໃຈໃສ່ດຸໝັ່ນຄົ້ນຄວ້າຊອກຮູ້ມູນເຊື້ອຂອງຜູ້ນໍາການປະຕິວັດອາວຸໂສ, ວີລະຊົນ ເພື່ອເປັນແນວທາງໃນການກໍ່ສ້າງຕົນເອງ, ພັດທະນາກົມກອງ ກໍຄືກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ