
ກະຊວງສຶກສາທິການ ແລະ ກິລາແຫ່ງ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ
ເວລາອອກຂ່າວ: 2025-05-29 16:01:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1994 | ຄວາມນິຍົມ:
ໃນວັນທີ 29 ພຶດສະພາ 2025 ນີ້, ຢູ່ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ເພື່ອແນໃສ່ຊຸກຍູ້ການປົກປ້ອງເດັກໃນດ້ານການສຶກສາ ໂດຍເນັ້ນໃສ່ຫົວຂໍ້: ການປົກປ້ອງເດັກ ແລະ ສືບຕໍ່ຊຸກຍູ້ການແນະນໍາວຽກງານການປົກປ້ອງເດັກໃຫ້ແກ່ ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ, ໂດຍການເປັນປະທານ ຂອງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ຕາງໜ້າຈາກພະແນກການກະຊວງສຶກສາທິການ ແລະ ກິລາ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນປະຖົມ ແລະ ມັດທະຍົມ ເຂົ້າຮ່ວມ ຈໍານວນ 100 ກວ່າຄົນ.
ພິທີດັ່ງກ່າວ ໄດ້ຈັດຄຽງຄູ່ກັບກິດຈະກໍາເຜີຍແຜ່ເອກະສານ ແລະ ຄໍາຂວັນວັນເດັກສາກົນປີ 2025 ທີ່ວ່າ: "ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ: ສິດເທົ່າທຽມກັນ, ອະນາຄົດທີ່ປອດໄພ" ເຊິ່ງມອບໃຫ້ພະແນກເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນນາມກອງເລຂາ ຂອງຄະນະກໍາມາທິການຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານການຊີ້ນໍາ ຂອງຄະນະລັດຖະມົນຕີ. ພິທີດັ່ງກ່າວໄດ້ເລີ່ມຂຶ້ນດ້ວຍການອ່ານສານອວຍພອນວັນເດັກສາກົນ ຂອງທ່ານນາຍົກລັດຖະມົນຕີ ໃນຄຳປາໄສ ໄດ້ຍົກໃຫ້ເຫັນເຖິງການພັດທະນາບັນດານິຕິກຳໃນໄລຍະຜ່ານມາ ເຊິ່ງເປັນບາດກ້າວທີ່ສຳຄັນສຳລັບສິດທິເດັກໃນ ສປປ ລາວ ຄື: ການຫ້າມລົງໂທດທາງຮ່າງກາຍຢ່າງຄົບຊຸດ ໄດ້ຮັບຮອງເອົາໃນວັນທີ 30 ເມສາ 2024. ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ສະບັບປັບປຸງນີ້ ໄດ້ກຳນົດໃຫ້ ສປປ ລາວ ເປັນປະເທດທີ 66 ຂອງການລົງໂທດຢ່າງຄົບຊຸດໃນໂລກ, ລວມທັງການລົງໂທດທັງໝົດໃນອາຊຽນ; ບ້ານເຮືອນ ແລະ ໂຮງຮຽນ. ຖະແຫຼງການໄດ້ຢືນຢັນຄືນຄຳໝັ້ນສັນຍາ ຂອງແຕ່ລະປະເທດໃນການສ້າງສະພາບແວດລ້ອມທີ່ປອດໄພ, ສົ່ງເສີມສິດທິຂອງເດັກທຸກຄົນ. ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ເຜີຍແຜ່ເອກະສານແນະນໍາການປົກປ້ອງແລະ ຮັກສາຄວາມປອດໄພ ສໍາລັບເດັກໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ເຊິ່ງໄດ້ຈັດພິມໂດຍກະຊວງສຶກສາທິການ ແລະ ກິລາ ໃນປີ 2024 ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກລັດຖະບານປະເທດອົດສະຕຣາລີ.
ໃນໂອກາດນີ້, ຄະນະຄູເຝິກ 5 ທ່ານ ຈາກທີມງານຄູເຝິກ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ເຜີຍແຜ່ ແລະ ຈັດວາລະເຝິກອົບຮົມ ໂດຍສຸມໃສ່ການປະຕິບັດຕົວຈິງຂອງການປົກປ້ອງເດັກໃນ ບໍລິເວນໂຮງຮຽນ ເຊັ່ນ: ການສື່ສານທີ່ມີຄວາມເຄົາລົບກັບເດັກນ້ອຍ, ການນຳໃຊ້ສື່ເອເລັກໂຕຣນິກຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ ແລະ ການຄຸ້ມຄອງພຶດຕິກຳໃນທາງບວກ. ຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄວ້າບັນດາພຶດຕິກຳທີ່ເໝາະສົມ ແລະ ບໍ່ເໝາະສົມກ່ຽວກັບການປົກປ້ອງເດັກ, ລວມທັງບັນຫາທີ່ກ່ຽວຂ້ອງກັບການຂູດຮີດທາງເພດ, ການລ່ວງລະເມີດ ແລະ ອານາຈານ, ການຖ່າຍພາບ ແລະ ການຖ່າຍຮູບເດັກນ້ອຍ ແລະ ການນໍາໃຊ້ທາດເຫຼົ້າ ແລະ ສິ່ງເສບຕິດ. ການເຝິກອົບຮົມຄັ້ງນີ້ ໄດ້ຮັບການຮ່ວມມືເປັນຢ່າງດີ ແລະ ໄດ້ຮັບຜົນສໍາເລັດໂດຍການມີສ່ວນຮ່ວມຂອງທຸກພາກສ່ວນ.
ໃນຕອນບ່າຍ, ນັກຮຽນໄດ້ໄປຢ້ຽມຢາມຄະນະວິສະວະກໍາສາດ ເຊິ່ງນັກຮຽນໄດ້ຮັບແຮງບັນດານໃຈໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ, ຄະນິດສາດ (STEM) ສໍາລັບເດັກຍິງ ແລະ ເດັກຊາຍ. ນີ້ເປັນສິ່ງສໍາຄັນໂດຍສະເພາະສໍາລັບເດັກຍິງ, ແມ່ຍິງໃນຂະແໜງການ STEM ຖືວ່າຍັງມີອັດຕໍ່າກວ່າຊາຍຢູ່ໃນທົ່ວໂລກ.
ໂອກາດນີ້, ທ່ານ ສຸພາພາບ ຄູນວີໄຊ ໄດ້ຮຽກຮ້ອງໃຫ້ຄູສອນທຸກຄົນຈົ່ງໃຫ້ບູລິມະສິດການປົກປ້ອງເດັກ ແລະ ໂຄສະນາເຜີຍແຜ່ຢ່າງຈິງຈັງ ເພື່ອຄວາມປອດໄພຂອງນັກຮຽນ “ການປົກປ້ອງເດັກແມ່ນຄວາມຮັບຜິດຊອບຂອງທຸກຄົນ”.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ