
ໜ່ວຍພັກ ກົມເຕັກນິກເຫຼົ່າຮົບ ສະຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2025-05-30 10:13:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 795 | ຄວາມນິຍົມ:
ວັນທີ 29 ພຶດສະພາ 2025 ນີ້, ໜ່ວຍພັກ ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ກໍາມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫ່ຍເຕັກນິກກອງທັບ, ມີສະຫາຍ ພັນເອກ ດາວວອນ ພົມມະວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າກົມເຕັກນິກເຫຼົ່າຮົບ, ມີຄະນະກວດກາ, ບັນດາພະແນກການຕະຫຼອດຮອດພະນັກງານ-ສະມາຊິກພັກໃນກົມເຕັກນິກເຫຼົ່າຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ດາວວອນ ພົມມະວົງ ໄດ້ຜ່ານບົດສະຫຼຸບການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍໃຫ້ຮູ້ວ່າ: ໜ່ວຍພັກກົມເຕັກນິກເຫຼົ່າຮົບ ມີພາລະບົດບາດໃນການຊີ້ນໍາ- ນໍາພາ ພະນັກງານສະມາຊິກພັກ ຈັດຕັ້ງປະຕີບັດແນວທາງນະໂຍບາຍ ແລະ ມະຕິຄໍາສັ່ງ ຂອງພັກຢ່າງໜັກແໜ້ນ ປັບປຸງກໍ່ສ້າງພະນັກງານ ກົມເຕັກນິກເຫຼົ່າຮົບ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໝ້ນ. ກົມເຕັກນິກເຫຼົ່າຮົບ ມີຄະນະໜ່ວຍພັກ 5 ສະຫາຍ, ສະມາຊິກພັກທັງໝົດ 34 ສະຫາຍ, ສະມາຊິກພັກສຳຮອງ 3 ສະຫາຍ, ໄລຍະຜ່ານມາຄະນະໜ່ວຍພັກໄດ້ຊີ້ນໍາ-ນຳພາສະມາຊິກພັກ ຕັ້ງໜ້າເຄື່ອນໄຫວນໍາພາປະຕິບັດ ໜ້າທີ່ການເມືອງຕາມພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ. ພ້ອມກັນນັ້ນໄດ້ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. ຄະນະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເປັນວຽກງານສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ສຸມໃສ່ສຶກສາອົບຮົມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ທາດແທ້ມູນເຊື້ອປະຕິວັດຂອງກອງທັບ, ການກໍ່ສ້າງພັກແມ່ນຍຶດໝັ້ນຕາມ 5 ຫຼັກການ 3 ທິດນໍາໃນການປັບປຸງກໍ່ສ້າງພັກ, ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ.
ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025.ສາມາດຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 33 ສະຫາຍ, ບໍ່ໄດ້ແບ່ງປະເພດ 1 ສະຫາຍ (ໄປຮຽນຕ່າງປະເທດ), ສໍາລັບໜ່ວຍພັກບັນລຸໄດ້ຄະແນນ 100% ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດຕໍ່ກັນອີກໜຶ່ງສະໄໝ.
ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນ ກໍາໄດ້ຄວາມໝາຍ, ຄວາມສຳຄັນໃນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ບົນພື້ນຖານປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ແນໃສ່ໃຫ້ການຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກໃຫ້ໄດ້ຮັບຄຸນນະພາບດີ, ເປັນເຈົ້າການສຶກສາອົບຮົມຄຸນທາດການເມືອງ-ນຳພາແນວຄິດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ເຮັດໃຫ້ສະມາຊິກພັກແຕ່ລະຂັ້ນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງວາງອອກຢ່າງເຂັ້ມງວດ, ລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ສ້າງຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສໍາເລັດໜ້າທີ່ຕາມການມອບໝາຍ.
ໂດຍ: ອານຸສອນ ວິລະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ