ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ກອງພັນໃຫຍ່ 644 ແລະ ກອງພັນໃຫຍ່ 619
ເວລາອອກຂ່າວ: 2025-05-30 10:26:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6491 | ຄວາມນິຍົມ:



ວັນທີ 29 ພຶດສະພາ 2025 ນີ້, ຢູ່ກອງພັນໃຫຍ່ 644 ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກໍາມະການຄະນະປະຈໍາພັກກົມໃຫຍ່, ຫົວໜ້າກົມຈັດຕັັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີອະນຸກຳມະການຈາກກະຊວງປ້ອງກັນປະເທດ, ມີຄະນະພັກກອງພັນໃຫຍ່ 644, ຄະນະພັກກອງພັນໃຫຍ່ 619, ຄະນະພັກໂຮງໝໍບໍລິເວນ 109, ຄະນະພັກໂຮງງານປະສານເຫຼົ່າພາກກາງ, ບັນດາຄະນະໜ່ວຍພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ແພງສີ ເສັງວິໄຊ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າກົມກວດກາ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະ ຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍ ຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບສົມບູນແຂງແຮງດີ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ສໍາເລັດຕາມແຜນການ. ໂດຍ: ພອນປະເສີດ ໂຂງພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ