ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ປະກາດການແຕ່ງຕັ້ງສະພາບໍລິຫານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ
ເວລາອອກຂ່າວ: 2025-05-30 10:55:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7276 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງສະພາບໍລິຫານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບຸນເກີມສະເຫຼີມສຸກ ປະທານສະພາບໍລິຫານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ມີ ຄະນະສະພາບໍລິຫານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ຜູ້ຕາງໜ້າກະຊວງການເງິນ, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ, ຄະນະອໍານວຍການ ບໍລິສັດ ແລະ ພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມໄຊ ແກ້ວວັນດີ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງການເງິນ ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ອີງຕາມ ກົດໝາຍ ວ່າດ້ວຍວິສາຫະກິດ, ອີງຕາມ ດຳລັດ ວ່າດ້ວຍວິສາຫະກິດລັດລົງທຶນ, ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ, ອີງຕາມ ໜັງສືສະເໜີຂອງສະພາບໍລິຫານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ອີງຕາມ ໜັງສືສະເໜີ ຂອງກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ. ລັດຖະມົນຕີກະຊວງການເງິນ ຕົກລົງແຕ່ງຕັ້ງ ສະຫາຍພົນຈັດຕະວາ ບຸນເກີມ ສະເຫຼີມສຸກ ເປັນປະທານສະພາບໍລິຫານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ແຕ່ງຕັ້ງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ (ຕາມຕຳແໜ່ງ) ເປັນຮອງປະທານ, ແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຜູ້ຊີ້ນໍາວຽກງານເຊື້ອໄຟ (ຕາມຕຳແໜ່ງ), ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ (ຕາມຕຳແໜ່ງ), ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນກະຊວງການເງິນ ແລະ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ (ຕາມຕຳແໜ່ງ) ເປັນກໍາມະການ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ