ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ກອງຮ້ອຍ 24 ທະຫານ​ແຂວງ​ຄຳ​ມ່ວນ ຮ່ວມ​ກັບ ບ້ານ​ນາ​ບວບ ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ
ເວລາອອກຂ່າວ: 2025-06-02 10:40:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2900 | ຄວາມນິຍົມ:



ວັນ​ທີ 23 ພຶດສະພາ 2025, ກອງຮ້ອຍ 24 ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ຮ່ວມ​ກັບ ບ້ານ​ນາ​ບວບ, ເມືອງ​ທ່າ​ແຂກ, ແຂວງ​ຄຳ​ມ່ວນ ໄດ້​ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ, ໂດຍ​ມີ ສະຫາຍ ພັນ​ໂທ ແກ້ວ​ລຳ​ພອນ ສີ​ສຸພັນ ຫົວໜ້າ​ການເມືອງ ກອງ ຮ້ອຍ 24, ສະຫາຍ ວິສິດ ພຽນ​ອາ​ລຸນ ນາຍບ້ານ ບ້ານ​ນາ​ບວບ ຕະຫຼອດ​ຮອດນາຍ ແລະ ພົນທະຫານ, ປະຊາຊົນ ເຂົ້າ​ຮ່ວມ. ການ​ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ​ໃນ​ຄັ້ງ​ນີ້ ໄດ້​ພ້ອມ​ກັນ​ຖາງຫຍ້າ, ອະນາໄມ​ຕາມ​ບໍລິເວນ​ຫ້ອງການ​ບ້ານ ແລະ ຕາມແຄມ​ທາງ​ເລກ​ທີ 13 ທີ່​ຂອບ​ ເຂດ​ຂອງ​ບ້ານ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະອາດ​ຈົບງາມ. ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ໂດຍ​ສະເພາະ​ແມ່ນ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ພ້ອມ​ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ທະຫານ ກັບ​ປະຊາຊົນ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ເວົ້າ​ລວມ, ເວົ້າ​ສະເພາະ ກອງຮ້ອຍ 24 ກັບ ອຳນາດ​ການ​ປົກຄອງ, ປະຊາຊົນ ບ້ານ​ນາ​ບວບ. ໂດຍ : ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ