
ກຳລັງທະຫານ ຄືດ່ານໜ້າອັນແຂງແກ່ນ, ເປັນກຳແພງເຫຼັກທີ່ໝັ້ນຄົງ ເດັດດ່ຽວກ້າຫານ ແລະ ພ້ອມທີ່ຈະເສຍສະຫຼະ
ເວລາອອກຂ່າວ: 2025-06-02 10:55:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2749 | ຄວາມນິຍົມ:
ໂດຍໄດ້ຮັບການລ້ຽງດູອູ້ມຊູ ແລະ ເບິ່ງແຍງຂອງປະຊາຊົນ ກໍຄືການນຳພາ-ຊີ້ນຳຈາກຂັ້ນເທິງ ກຳລັງປະກອບອາວຸດ ຍາມໃດກໍຮັກສາໄດ້ມູນເຊື້ອພິລະອາດຫານ, ທົນທານ, ໜຽວແໜ້ນ ແລະ ເດັດດ່ຽວບໍ່ຍອມຈຳນົນຂອງຊາດລາວ, ພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ແຕ່ລະຮຸ່ນລ້ວນແຕ່ໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກນານາປະການ, ໄດ້ຊຸບຫຼໍ່ຢູ່ໃນແປວໄຟສົງຄາມປະຕິວັດ ເຮັດສຳເລັດໜ້າທີ່ພາລະ
ກຳປະຫວັດສາດອັນລໍ້າເລີດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ສ້າງໜ້າປະຫວັດສາດ ຍຸກສະໄໝ່ ແລະ ມູນເຊື້ອວີລະຊົນ ຂອງຊາດລາວວີລະຊົນ ຢ່າງສະຫງ່າງາມ.
ກຳລັງປ້ອງກັນຊາດ ໄດ້ປະກອບສ່ວນອັນສຳຄັນ ແລະ ສົມກຽດ ໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫຼັກແຫຼ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະ
ກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະກໍ່ຄວາມບໍ່ສະຫງົບຢູ່ພາຍໃນປະເທດຢ່າງມີປະສິດທິຜົນ, ເປັນເຈົ້າການປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ, ສະກັດກັ້ນຕໍ່ຄວາມສ່ຽງທີ່ຈະເກີດການປະທະກັນຢູ່ຊາຍແດນດ້ວຍຄວາມອົດກັ້ນ, ປົກປັກຮັກສາຜືນແຜ່ນດິນ, ເຂດແດນໄວ້ຢ່າງໝັ້ນຄົງ ດັ່ງຄຳເວົ້າທີ່ວ່າ: ກຳລັງທະຫານຄືດ່ານໜ້າອັນແຂງແກ່ນ, ເປັນກຳແພງເຫຼັກທີ່ໝັ້ນຄົງ ທີ່ຕໍ່ສູ້ດ້ວຍຄວາມກ້າຫານ ເດັດດ່ຽວ ແລະ ພ້ອມທີ່ຈະເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ.
ສັງລວມແລ້ວ, ກຳລັງທະຫານ ຍາມໃດກໍເປັນກຳລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກຳລັງທີ່ເດັດດ່ຽວ ຢຶດໝັ້ນບົດບາດການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ, ປັບປຸງກໍ່ສ້າງກຳລັງປະກອບອາວຸດທຸກປະເພດກຳລັງ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກຳລັງດ້ານວິຊາສະເພາະ ໄປຄຽງຄູ່ກັບ ດ້ານການເມືອງ-ແນວຄິດ, ແບບແຜນຊີ້ນຳບັນຊາ ແລະ ດ້ານການຈັດຕັ້ງ ພ້ອມທັງເອົາໃຈໃສ່ທະນຸບຳລຸງ, ກໍ່ສ້າງຖັນແຖວພະນັກງານສືບທອດໜຸ່ມ ແຕ່ໜັກແໜ້ນໃຫ້ຫຼາຍຂຶ້ນ, ສືບຕໍ່ປະຕິບັດຍຸດທະສາດ ຫັນກຳລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງ, ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນໆ, ກຳລັງປະກອບອາວຸດພວກເຮົາ ເຄີຍມີມູນເຊື້ອເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ, ເຄີຍມີປະສົບການ ແລະ ບົດຮຽນການສ້າງພະລາທິການກັບທີ່ ກໍຄື ທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເປັນຕົ້ນ ການຜະລິດເປັນສິນຄ້າ, ການແກ້ໄຂຊີວິດການເປັນຢູ່, ການກໍ່ສ້າງ, ປັບປຸງຄ້າຍຄູ ແລະ ອື່ນໆ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ຍູ້ແຮງການພົວພັນຮ່ວມມື, ເຊື່ອມໂຍງສາກົນ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະກອບສ່ວນໃນການປົກປັກຮັກສາປະເທດຊາດ ແລະ ສ້າງບັນ
ຍາກາດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືກັບປະເທດເພື່ອນມິດໃນໂລກ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ