ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ຝຣັ່ງ ຈັດ​ກອງ​ປະຊຸມ​ມະຫາ​ສະໝຸດ​ຂອງ ​ສປຊ ຄັ້ງ​ທີ 3
ເວລາອອກຂ່າວ: 2025-06-12 09:09:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ:



ສຳນັກ​ຂ່າວ ຫວຽດນາມ​ ລາຍ​ງານ​ໃນ​ວັນ​ທີ 11 ມິຖຸນາ 2025 ວ່າ: ກອງ​ປະຊຸມມະຫາ​ສະໝຸດຂອງ​ສະຫະ​ປະຊາ​ຊາດ (​ສປຊ) ຄັ້ງ​ທີ 3 ໄດ້​ໄຂ​ຂຶ້ນ ໃນ​ວັນ​ທີ 9 ມິຖຸນາ ຢູ່ ປະເທດ ຝຣັ່ງ ດ້ວຍ​ຫົວຂໍ້ “ຍູ້​ໄວ​ການ​ກະທຳ ແລະ ລະດົມບັນດາ​ຝ່າຍ​ຕ່າງໆເຂົ້າ​ຮ່ວມການ​ອະນຸລັກຮັກສາ ແລະ ນຳ​ໃຊ້ ມະຫາ​ສະໝຸດແບບ​ຍືນ ​ຍົງ”, ເຊິ່ງ​ແມ່ນ​ຫົວຂໍ້​ທີ່​ກວ້າງຂວາງ ແລະ ມີ​ຄວາມ​ເປັນ​ຫຼາກ​ຫຼາຍ​ຮູບ​ແບບ ແລະ ລ້ວນ​ແຕ່​ແມ່ນ​ບັນດາ​ບັນຫາ ເຊິ່ງ​ປະຊາ​ຄົມ ສາກົນ ພວມ​ປະ​ເຊີນ​ໜ້າ ແລະ  ຕ້ອງ​ຊຸກຍູ້ຮ່ວມ​ມື.  ໃນ​ນັ້ນ ບຸລິມະສິດ ແຖວ​ໜ້າ ແມ່ນ​ການ​ຍູ້​ໄວ ວິວັດ​ການ​ໃຫ້​ສັດຕະຍາບັນ ສັນຍາ​ກ່ຽວ​ກັບ​ການ​ອະນຸລັກຮັກສາ ແລະ ນຳ​ໃຊ້ ຊີວະ​ນາໆພັນ ແບບ​ຍືນ​ຍົງ ຢູ່ ບໍລິເວນ ບໍ່​ຂຶ້ນ​ກັບ ສິດ​ອຳນາດ​ສານ ແຫ່ງ​ຊາດ ຫຼື​ຍັງ​ເອີ້ນ​ວ່າ ສົນທິ ສັນຍາ ກ່ຽວ​ກັບທະເລ. ກອງ​ປະຊຸມ​ຄັ້ງ ​ນີ້ ໄດ້​ສຸມ​ໃສ່ບັນຫາປົກ​ປ້ອງ ສິ່ງມີ​ຊີວິດຢູ່ທະເລ (Plankton). ສຳລັບບັນດາ​ສິ່ງ​ມີ​ຊີວິດ​ດັ່ງກ່າວ, ມະນຸດບໍ່​ສາມາດ​ເຫັນ​ໄດ້ດ້ວຍ ຕາ​ແບບ​ທຳ​ມະ​ດາ, ແຕ່​ພັດ​ມີ​ຄວາມ​ຈຳເປັນ​ໃຫ້​ແກ່ຊີວິດ ຂອງ​ສັດທະ​ເລປະເພດ​ຕ່າງໆ, ຮັບປະ ກັນ​ລະບົບ​ອາຫານໃຫ້​ແກ່ມະນຸດ. ບັນດາສິ່ງ​ມີ​ຊີວິດດັ່ງກ່າວ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ ຖືກ​ສູນພັນເມື່ອ​ອຸນຫະພູມຂອງ​ມະຫາ​ສະໝຸດນັບ​ມື້ນັບ​ອຸນ​ຂຶ້ນ. ກອງ​ປະຊຸມ​ມະຫາ​ສະໝຸດ ສະຫະ​ປະຊາ​ຊາດ ຄັ້ງ​ທີ 3 ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ​ໂລກ ປຶກສາ​ຫາລື ແລະ ຊອກ​ຫາ​ມາດ​ຕະການແກ້​ໄຂ, ກໍ​ຄື ໃຫ້​ຄຳ​ໝັ້ນ​ສັນຍາ ຕໍ່​ເລື່ອງອາ​ນຸ​ລັກ ຮັກສາ​ທະເລ ໃນ​ຊຸມ​ທົດ​ສະ​ວັດ ຈະ​ມາ​ເຖິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ