
ຣັດເຊຍ ເປີດຕົວປືນເລເຊີ ຕ້ານຍົນບໍ່ມີຄົນຂັບແບບໃໝ່
ເວລາອອກຂ່າວ: 2025-06-12 09:13:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 242 | ຄວາມນິຍົມ:
ໃນກອງປະຊຸມປ້ອງກັນຊາດທີ່ຈັດຂຶ້ນຢູ່ນະຄອນ ເຊັນປີເຕີສະເບີກ (St. Petersburg). ເມື່ອບໍ່ດົນມານີ້, ຣັດເຊຍ ໄດ້ນຳສະເໜີອາວຸດຍຸດໂທປະກອນ ແບບໃໝ່ຄື ປືນປ້ອງກັນອາກາດຕ້ານຍົນບໍ່ມີຄົນຂັບ ຫຼື ໂດຣນ (UAV).
ອາວຸດນີ້ໄດ້ດຶງດູດຄວາມສົນ ໃຈຈາກຜູ້ຊ່ຽວຊານດ້ານການທະ
ຫານ ແລະ ນັກວິເຄາະດ້ານປ້ອງກັນຊາດຢ່າງຫຼວງຫຼາຍ, ເຊິ່ງປືນໃໝ່ນີ້ ຖືກອອກແບບ ແລະ ຜະລິດມາເພື່ອຕ້ານໄພຂົ່ມຂູ່ ໂດຍສະເພາະແມ່ນຍົນບໍ່ ມີຄົນຂັບຂະໜາດນ້ອຍທີ່ກຳລັງເປັນທີ່ນິຍົມໃຊ້ຢ່າງກວ້າງຂວາງໃນສະໜາມຮົບປັດຈຸບັນ.
ປືນເລເຊີລຸ້ນໃໝ່ນີ້, ເປີດທິດທາງໃໝ່ໃນດ້ານການຍົກຍ້າຍເຄື່ອນທີ່ ແລະ ຄວາມແມ້ນຢຳໃນສົງຄາມປືນແສງເລເຊີ. ຜູ້ຜະລິດເປີດເຜີຍວ່າ: ມີລະດັບການສູ້ຮົບຫວັງຜົນໃນໄລຍະ 500 ແມັດ, ເຊິ່ງເປັນໜຶ່ງໃນອາວຸດບຸກໂຈມຕີພາຫະນະທາງອາກາດທີ່ອັນຕະລາຍ ແລະໄດ້ຜົນທີ່ສຸດໃນການປະທະກັນຜ່ານມາ.
ພະລັງງານແສງແຮງສູງຂອງອາວຸດສາມາດກະຈາຍຄວາມຮ້ອນຂຶ້ນຢ່າງໄວຍິງໃສ່ ໂດຣນ. ໜຶ່ງໃນລັກສະນະທີ່ໂດດເດັ່ນທີ່ສຸດຂອງແສງເລເຊີ (laser) ຕ້ານ UAV ແມ່ນຄວາມເຂັ້ມຂອງກະແສໄຟຟ້າທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ, ບໍ່ລົບກວນສັນຍານຣາດາ ແລະ ສົ່ງສຽງລົບກວນໜ້ອຍທີ່ສຸດ.
ນັກວິສະວະກອນການຜະລິດອາວຸດນີ້ໃຫ້ຮູ້ວ່າ: ປືນພະລັງງານແສງນີ້, ມີຜົນປະໂຫຍດທາງດ້ານຍຸດທະວິທີສູ້ຮົບທີ່ທັນສະໄໝ ໃນການຕ້ານອາວຸດທາງອາກາດ ທ່າມກາງສະພາບແວດລ້ອມສົງຄາມທີ່ນຳໃຊ້ອາວຸດທັນສະໄໝ ແລະ ໃຊ້ເຕັກໂນໂລຊີຂັ້ນສູງຕິດຕາມນຳທິດອາວຸດເຂົ້າໃນການໂຈມຕີທຳລາຍຄູ່ຕໍ່ສູ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ