
ອາເມຣິກາ-ຈີນ ບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບດ້ານການຄ້າ
ເວລາອອກຂ່າວ: 2025-06-13 09:18:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:
ສຳນັກຂ່າວຫວຽດນາມລາຍງານໃນວັນທີ 12 ມິຖຸນາ 2025 ວ່າ: ວົງການເຈົ້າໜ້າທີ່ ສະຫະລັດ ອາເມຣິກາ ແລະ ຈີນ ໄດ້ແຈ້ງໃຫ້ຊາບວ່າບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບການຫຼຸດຜ່ອນການຈຳກັດສົ່ງອອກພາຍຫຼັງ 2 ວັນເຈລະຈາຢູ່ ອັງກິດ.
ລັດຖະມົນຕີກະຊວງການຄ້າສະຫະລັດ ອາເມຣິກາ ໃຫ້ຮູ້ວ່າ: ກອບຂໍ້ຕົກລົງໄດ້ຮັບການສ້າງຂຶ້ນບົນພື້ນຖານຂໍ້ຕົກລົງທີ່ບັນລຸໄດ້ໃນຮອບເຈລະຈາຄັ້ງທຳອິດຢູ່ ສະວິດ. ກອບຂໍ້ຕົກລົງນີ້ເພື່ອແນໃສ່ແກ້ໄຂບັນດາຂໍ້ຈຳກັດໃນການສົ່ງອອກດິນປະເສີດ ແລະ ແມ່ເຫຼັກຂອງ ຈີນ ໄປຍັງສະຫະລັດອາເມຣິກາ ແລະ ກົງກັນຂ້າມ, ສະຫະລັດ ອາເມຣິກາ ກໍຍົກເລີກບາງຂໍ້ ຈຳກັດການສົ່ງອອກສຳ ລັບ ຈີນ. ຖັນແຖວນັກເຈລະຈາຂອງສະຫະລັດ ອາເມຣິກາ ໄດ້ລາຍງານຕໍ່ທ່ານ ໂດນັນ ທຣຳ ປະ ທານາທິບໍດີ ສະຫະລັດ ອາເມຣິກາ ເພື່ອຮັບຮອງເອົາ ແລະ ຫວັງວ່າຂໍ້ຕົກລົງນີ້ຈະຖືກປະຕິ ບັດ.
ຜູ້ຕາງໜ້າດ້ານການຄ້າສະຫະລັດ ອາເມຣິກາ ໃຫ້ຮູ້ວ່າ: ບໍ່ມີການພົບປະໃດໄດ້ຮັບການຂຶ້ນແຜນ, ແຕ່ກໍໃສ່ໃຈວ່າສອງປະເທດມີການແລກປ່ຽນເປັນປະຈຳ ແລະ ອາດຈະໂຮມປະຊຸມບໍ່ວ່າເວລາໃດທີ່ຕ້ອງການ.
ໃນຂະນະນັ້ນ, ທ່ານ ຫຼີຊິງຊຽງ ຮອງລັດຖະມົນຕີກະຊວງການຄ້າ ຈີນ ໃຫ້ຮູ້ວ່າ: ສອງຝ່າຍບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບການປະຕິບັດຄວາມເຫັນດີເຫັນພ້ອມໃນການໂອ້ລົມທາງໂທລະສັບລະຫວ່າງການນຳສອງປະເທດເມື່ອວັນທີ 5 ມິຖຸນາ ແລະ ໃນການເຈລະຈາຢູ່ ສະວິດ. ຂໍ້ຕົກລົງນີ້ຈະໄດ້ຮັບການຍື່ນສະເໜີຕໍ່ ການນຳສອງປະເທດໃຫ້ອະນຸມັດຜ່ານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ