
ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໂອ້ລົມຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ກະກຽມໄປທັດສະນະສຶກສາ ຢູ່ ສສ ຫວຽດນາມ
ເວລາອອກຂ່າວ: 2025-06-24 08:57:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ:
ໃນວັນທີ 20 ມິຖຸນາ 2025 ນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ພົບປະໂອ້ລົມຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ທີ່ກະກຽມໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດ
ຮຽນ ກັບ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ຢູ່ ສສ ຫວຽດນາມ ປະຈຳປີ 2025.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ໂອ້ລົມ ເນັ້ນ
ໜັກໃຫ້ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ເຂົ້າໃຈຢ່າງເລິກເຊິ່ງໃນການໄປທັດສະນະສຶກສາແລກປ່ຽນບົດຮຽນ ກັບ ນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໃນຄັ້ງນີ້ ເປັນການປະຕິບັດຕາມອະນຸສັນຍາພົວພັນ
ຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ປະຈຳປີ 2025, ເພື່ອເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການ
ພົວພັນຮ່ວມມືຮອບດ້ານລະຫວ່າງພັກ-ລັດ, ກອງທັບ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ນາຍທະຫານໜຸ່ມ ຂອງສອງກອງທັບລາວ-ຫວຽດນາມ ໃຫ້ນັບມື້ກວ້າງຂວາງ. ພ້ອມນັ້ນ, ກໍເປັນການແລກປ່ຽນບົດຮຽນ ແລະ ຮ່ຳຮຽນເອົາບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ໃນວຽກງານປັບປຸງກໍ່ສ້າງກົມກອງ, ກໍ່ສ້າງ ພະນັກງານ-ນັກຮົບ ຮຸ່ນສືບທອດ ແລະ ການສ້າງສາພັດທະນາ ປະເທດຊາດ ຂອງ ສສ ຫວຽດນາມ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ