ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ເຊັນ​ສັນຍາ​ລະຫວ່າງ ກອງ​ບັນນາທິການ​ໜັງສືພິມ​ກອງທັບ ແລະ ບໍລິສັດ ມີ​ໄຊ ໂລ​ຈິສ໌​ຕິກສ໌ ຈຳກັດ
ເວລາອອກຂ່າວ: 2025-06-24 09:00:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ:



ວັນ​ທີ 20 ມິຖຸນາ 2025 ນີ້, ກອງ​ບັນນາທິການ​ໜັງສືພິມ​ກອງທັບ ໄດ້​ເຊັນ​ສັນຍາ​ຮ່ວມ​ກັບ​ບໍ​ລິ​​ສັດ ມີ​ໄຊ ໂລ​ຈິສ໌​ຕິກສ໌ ຈຳກັດ, ຝ່າຍ​ກອງ​ບັນນາທິການ​ໜັງສືພິມ​ກອງທັບ ນຳ​ໂດຍ ສະຫາຍ ພັນ​ເອກ ວັນ​ເຮືອງ ສີວິໄລ ຫົວໜ້າ​ກອງ​ບັນນາທິການ​ໜັງສືພິມ​ກອງທັບ ພ້ອມ​ຄະນະ ແລະ ຝ່າຍ ບໍລິສັດ ມີ​ໄຊ ຂົນສົ່ງ ນຳ​ໂດຍ ສະຫາຍ ບຸນ​ຈັນ ເສນາ​ມົນຕີ ຄະນະ​ບໍລິຫານ ບໍລິສັດ ມີ​ໄຊ ໂລ​ຈິສ໌​ຕິກສ໌ ຈຳກັດ ພ້ອມ​ຄະນະ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ ຢ່າງ​ພ້ອມພຽງ. ຈຸດປະສົງ​ຂອງ ການ​ເຊັນ​ສັນຍາ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ຈັດ​ສົ່ງ​ໜັງສືພິມ​ກອງທັບ​ໃຫ້​ບັນດາ​ກົມ​ກອງ​ໃນ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ໄດ້​ຮັບ​ຮູ້​ຂໍ້​ມູນ​ຂ່າວສານ ແລະ ບັນດາ​ເທດສະການ​ທີ່​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ທີ່​ໜັງສືພິມ​ກອງທັບ​ໄດ້​ຈັດ​ພິມ​ອອກ​ໃນ​ແຕ່​ລະ​ມື້, ຈຳໜ່າຍ​ແຈກ​ຢາຍ​ໃຫ້​ເປົ້າ​ໝາຍ​ຜູ້​ອ່ານ​ໃນ​ຂອບ​ເຂດ​ທົ່ວ​ປະເທດ. ໜັງສືພິມ​ກອງທັບ​ເຮົາ​ເປັນ​ເວທີ​ແລກປ່ຽນ​ຄວາມ​ຮູ້​ຂອງ​ເພື່ອນ ຮ່ວມ​ງານ ແລະ ເປັນ​ຂົວ​ຕໍ່​ດ້ານ​ຂ່າວສານ​ຕ່າງໆ​ລະຫວ່າງ​ຂັ້ນ​ເທິງ​ຂັ້ນ​ລຸ່ມ​ເປັນ​ຢ່າງ​ດີ. ໜັງສືພິມ​ກອງທັບ​ນອກຈາກ​ເຮັດ ໜ້າທີ່​ເປັນ​ກະບອກ​ສຽງ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ແລ້ວ ຍັງ​ເປັນ​ເສນາ​ທິ​ການ​ໃຫ້​ຂັ້ນ​ເທິງ ໃນ​ຂົງເຂດ​ວຽກ​ງານ​ສື່​ມວນ​ຊົນ​ນຳ​ອີກ. ໂອກາດ​ນີ້, ສະຫາຍ ພັນ​ເອກ ວັນ​ເຮືອງ ສີວິໄລ ຕາງໜ້າ​ໃຫ້​ກອງ​ບັນນາທິການ​ໜັງສືພິມ​ກອງທັບ ແລະ ສະຫາຍ ບຸນ​ຈັນ ເສນາ​ມົນຕີ ຕາງໜ້າ​ບໍລິສັດ​ມີ​ໄຊ ໂລ​ຈິສ໌​ຕິກສ໌ ຈຳກັດ ກໍ​ໄດ້​ເຊັນ​ສັນຍາ​ຮ່ວມ​ກັນ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.ຈາກ​ນັ້ນ​ກໍ​ໄດ້​ຈັດ​ກິດຈະກຳ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ​ຕັງ​ມິດຕະພາບ ເພື່ອ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ກອງ​ບັນນາທິການ​ໜັງສືພິມ​ກອງທັບ ແລະ ບໍລິສັດ​ມີ​ໄຊ ໂລ​ຈິສ໌​ຕິກສ໌ ກຳຈັດ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ