
ກອງພັນໃຫຍ່ 502 ສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2024
ເວລາອອກຂ່າວ: 2025-06-24 09:02:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:
ໃນວັນທີ 17 ມິຖຸນາ 2025 ນີ້, ກອງພັນໃຫຍ່502 ກອງພົນທີ5 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດດວງຄຳ ວິໄລທອນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 502, ມີຄະນະພັກ -ຄະນະບັນຊາຈາກ 5 ພະແນກການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນຕີ ວົງທອງ ພົມມະເພັດ ກຳມະການຄະນະພັກພະແນກການເມືອງ ຫົວໜ້າຂະແໜງພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາຄະນະພັກກອງພັນໃຫຍ່ 502 ໄດ້ເອົາ
ໃຈໃສ່ຊີ້ນຳ-ນຳພາປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບໜ້າທີ່ການເມືອງຂອງກົມກອງ. ຊີ້ນຳ-ນຳພາປັບປຸງກໍ່ສ້າງພັກໃຫ້ມີຄຸນນະພາບມີຄວາມເຕີບໃຫຍ່ເຂັ້ມແຂງຖືເອົາວຽກງານການເມືອງນຳ
ພາ-ແນວຄິດ ເປັນວຽກງານຍຸດທະສາດແຖວໜ້າ ເພື່ອໃຫ້ພະນັກງານ-ສະມາຊິກພັກ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີທິິດສະດີຫຼັກໝັ້ນ, ການເມືອງໜັກແໜ້ນ, ມີຄວາມຕັ້ງຕໍ່ບໍລິສຸດເປັນແບບຢ່າງນຳໜ້າອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີຄຸນສົມບັດ ສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນ
ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ມີນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອຜົນປະໂຫຍດສ່ວນລວມຂອງຊາດ, ຂອງປະຊາຊົນ ແລະ ຂອງກົມກອງ. ປະຈຸບັນທົ່ວຄະນະພັກກອງພັນໃຫຍ່ 502 ມີ 01 ຄະນະພັກ, ມີ 06 ຄະນະພັກຮາກຖານ, ມີ 02 ໜ່ວຍພັກຮາກຖານ, ມີ 27 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານມີສະມາຊິກພັກທັງໝົດ 439 ສະຫາຍ, ຍິງ 35 ສະຫາຍ, ສະມາຊິກພັກສົມບູນ 402 ສະຫາຍ, ຍິງ 35 ສະຫາຍ, ສະມາຊິກພັກສຳຮອງ 37 ສະຫາຍ. ໃນໄລຍະ 1 ປີຜ່ານມາ ສາມາດປະເມີນສະມາຊິກພັກປະເພດ ແຂງ 429 ສະຫາຍ, ກາງ 10 ສະຫາຍ. ໄລຍະຜ່ານມາສາມາດສ້າງໜ່ວຍພັກປອດໃສ, ເຂັ້ມ
ແຂງ, ໜັກແໜ້ນໄດ້ 24 ໜ່ວຍພັກ, ໜ່ວຍພັກທີ່ຖືກຮັບຮອງເປັນຄັ້ງທີ VI ມີ 4 ໜ່ວຍພັກ, ຮັບຮອງເປັນຄັ້ງ V ມີ 5 ໜ່ວຍພັກ, ຮັບຮອງເປັນຄັ້ງທີ IV ມີ 4 ໜ່ວຍພັກ, ຮັບຮອງເປັນຄັ້ງທີ III ມີ 5 ໜ່ວຍພັກ, ຮັບຮອງເປັນຄັ້ງທີ II ມີ 3 ໜ່ວຍພັກ ແລະ ສະເໜີຮັບຮອງໃໝ່ຈຳນວນ 3 ໜ່ວຍພັກ. ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດ-ຄຳເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອພ້ອມກັນປັບປຸງແກ້ໄຂໃຫ້ບັນລຸຕາມຄາດໝາຍ. ຈາກນັ້ນ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງຜ່ານຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ເຊິ່ງຕາງໜ້າ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ຂຶ້ນຈັບມືຮັບເອົາຂໍ້ແຂ່ງຂັນເພື່ອນຳໄປຈັດຕັ້ງປະຕິບັດຢູ່ບັນດາກົມກອງຂອງຕົນ ໃຫ້ກາຍເປັນຮູບປະທຳຕົວຈິງ.
ຂ່າວ: ສົມພອນໄຊ ພັນທ້າວ
ພາບ: ຕະວັນ ເພັດວົງພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ