ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ເຄື່ອນ​ໄຫວ​ຊຸກຍູ້​ນ້ຳໃຈ​ພະນັກງານ-ນັກຮົບ​ກອງຮ້ອຍ​ທະຫານ​ຊາຍ​ແດນ 154
ເວລາອອກຂ່າວ: 2025-06-24 09:10:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 423 | ຄວາມນິຍົມ:



ຫວ່າງ​ບໍ່​ດົນ​ນີ້, ສະຫາຍ ຄຳ​ປຸ່ນ ນວນ​ສະບັບ ເຈົ້າເມືອງແກ່ນ​ທ້າວ ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ ດ້ວຍ​ຄະນະ​ ໄດ້​ເຄື່ອນ​ໄຫວຊຸກຍູ້​ ນ້ຳໃຈ​ພະນັກງານ-ນັກຮົບ​ກອງ ຮ້ອຍ​ທະຫານ​ຊາຍ​ແດນ 154 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ທີ່​ພວມ​ປະຕິບັດ​ໜ້າທີ່​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ຕີ ວົງ​ໄຊ ເຮືອງ​ລິດ ຫົວໜ້າ​ການເມືອງ ພ້ອມດ້ວຍ ​ພະນັກງານ-ນັກຮົບ. ສະຫາຍ ຮ້ອຍ​ຕີ ອ໋ອຍ ສອນ​ສຸພາບ ຫົວໜ້າ​ໝວດ 1 ກອງຮ້ອຍ​ທະຫານ​ຊາຍ​ແດນ 154 ໄດ້​ລາຍ​ງານ​ສະພາບ​ໃນ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ວຽກ​ງານ​ດ້ານ​ຕ່າງໆ​ ໃນ​ໄລຍະ​ຜ່ານ​ມາ​ເຊິ່ງ​ມີ​ທັງ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ​ຫຼາຍ​ດ້ານ​ແຕ່​ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຊີ້​ນຳ​ພະນັກງານ-ນັກ ຮົບ​ພ້ອມ​ກັນ​ຜ່ານ​ຜ່າ​ເຮັດວຽກ ​ງານ​ການເມືອງ-ນຳພາ​ແນວ​ຄິດ​ເຖິງ​ວ່າ​ຈະ​ມີ​ສະພາບ​ຫຍຸ້ງຍາກ​ປານໃດ​ກໍ​ພ້ອມ​ກັນ​ແກ້​ໄຂ​ແລ້ວ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ຮັບ​ຊາບ​ສາ ມາດ​ຮັບປະກັນ​ເຮັດ​ໃຫ້​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ສະຫາຍ ຄຳ​ປຸ່ນ ນວນ​ສະບັບ ກໍ​ໄດ້​ໂອ້​ລົມ​ຕໍ່​ພະນັກງານ-ນັກຮົບ​ທີ່​ພວມ​ປະຕິບັດ​ໜ້າທີ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ເປັນ​ກຳ ແພງ​ດ້ານ​ໜ້າທີ່​ເຂັ້ມແຂງ​ພ້ອມ​ທັງ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ທີ່​ບັນດາ​ສະຫາຍ ມີ​ຄວາມ​ຮັບ ຜິດຊອບ​ສູງ​ເປັນ​ເຈົ້າ​ການ​ປ້ອງ​ກັນ​ຂອບ​ເຂດ​ເສັ້ນ​ຊາຍ​ແດນ​ມີ​ຄວາມ​ສະຫງົບ​ປອດ​ໄພ. ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ​ພວກ​ອິດ​ທິ​ກຳລັງ​ປໍ​ລະ​ປັກ​ກໍ​ຫວັງ​ທຳລາຍ​ມ້າງເພ​ພວກ​ເຮົາ​ດ້ວຍ​ຫຼາຍ​ຮູບ​ການ ດັ່ງນັ້ນ​ຈຶ່ງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ຈົ່ງ​ພ້ອມ​ກັນ​ສືບຕໍ່​ເພີ່ມ​ທະວີ​ເປັນ​ເຈົ້າ​ການ​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ນາຍ ແລະ ພົນທະຫານ ຮັບ​ຮູ້​ຢ່າງ​ເລິກເຊິ່ງ​ພ້ອມ​ທັງ​ເປັນ​ເຈົ້າ​ການ​ໃນ​ການ​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານສະກັດ​ກັ້ນ​ບັນຫາ​ຕ່າງໆ​ຢູ່​ລຽບ​ຕາມ​ບໍລິເວນ​ຊາຍ​ແດນ​ໃຫ້​ເຂັ້ມ​ງວດ ແລະ ທັນ​ກັບ​ເວລາ. ໂອກາດ​ທີ່​ສະຫາຍ ເຈົ້າເມືອງ ແກ່ນ​ທ້າວ ໄດ້​ເຄື່ອນ​ໄຫວ​ຊຸກຍູ້​ນ້ຳໃຈ​ໃນ​ຄັ້ງ​ນີ້​ກໍ​ຍັງ​ໄດ້​ນຳ​ເອົາ​ເຄື່ອງ​ບໍລິໂພກ​ຈຳນວນ​ໜຶ່ງ​ມາ​ມອບ​ໃຫ້​ອ້າຍ-ນ້ອງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 154 ອີກ​ດ້ວຍ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ