ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກ້ອນ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ຕັ້ງໜ້າ​ຫັດ​ແອບ ​ສວນສະໜາມຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ
ເວລາອອກຂ່າວ: 2025-10-09 10:05:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 350 | ຄວາມນິຍົມ:



ກອງພັນ​ໃຫຍ່ 605 ເປັນ​ກົມ​ກອງ​ໜຶ່ງ ໄດ້​ຮັບ​ມອບ​ໝາຍ​ໜ້າທີ່ ເປັນ​ກ້ອນ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນເຂົ້າ​ຮ່ວມ​ເດີນ​ຂະ​ບວນ​ສວນສະໜາມຂອງ​ກຳລັງ​ປ້ອງ​ກັນ​ຊາດ ສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ, ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື ກົມ​ປືນ​ໃຫຍ່​ໜ້າດິນກົມ​ກອງ​ຈຶ່ງ​ໄດ້​ຈັດ​ຕັ້ງ​ກຳລັງສຸມ​ໃສ່​ການ​ຫັດ​ແອບ​ສວນສະໜາມ​ຢ່າງ​ຕັ້ງ ໜ້າ ແລະ ເປັນ​ຂະ​ບວນ​ຟົດຟື້ນຕໍ່​ ເນື່ອງ ເພື່ອ​ຮັບປະກັນໃຫ້​ມີຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານຈັງ ຫວະ, ບາດກ້າວການ​ເຄື່ອນ​ເໜັງ ແລະ ມີ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ພາລະ​ກຳລັງ. ສະຫາຍ ພັນ​ໂທ ວົງ​ເດືອນ ແກ້ວ​ມະນີ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 605, ຄະນະ​ຮັບຜິດຊອບ​ຊີ້​ນຳ​ກ້ອນ​ສວນສະໜາມ ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ໄດ້​ໃຫ້​ສຳພາດ​ວ່າ: ກ້ອນ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ​ຫັດ​ແອບ​ສວນສະໜາມ​ຕົວ​ຈິງ 122 ສະຫາຍ, ສຳຮອງ 13 ສະຫາຍ, ພາກສ່ວນ​ຮັບ​ໃຊ້​ຮັບປະກັນ 13 ສະຫາຍ, ຄູ​ເຝິກ 5 ສະຫາຍ, ຄະນະ​ຊີ້​ນຳ​ລວມ 2 ສະຫາຍ, ລວມ​ທັງ​ໝົດ 155 ສະຫາຍ, ຜ່ານ​ການ​ຫັດແອບມາ​ ໄດ້​ໄລຍະ​ໜຶ່ງ ເຫັນ​ວ່າມີ​ຄວາມ ​ພ້ອມ​ທາງ​ດ້ານ​ພາຫະນະ, ສະ ຖານທີ່​ເຝິກຊ້ອມ ແລະ ພັກ​ເຊົາ, ສຳລັບ​ການ​ເຝິກຊ້ອມ​ເບື້ອງ​ຕົ້ນ ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ຫັດ​ແອບ ທາງ​ດ້ານ​ຈັງຫວະ​ບຸກຄົນ, ລະ ບຽບ​ວິໄນ, ໂດຍ​ໃຊ້​ເຊືອກ​ຟາງ ຫັດ​ແອບ​ບຸກຄົນ​ຄົງ​ທີ່ ແລະ ເຄື່ອນ​ທີ່ ຕາມ​ຕາຕະລາງທີ່​ກົມ​ໃຫຍ່​ເສ ນາ​ທິ​ການ​ກອງທັບ​ວາງ​ອອກ, ສ່ວນ​ໄລຍະ​ຕໍ່​ໄປ ແມ່ນ​ຈະ​ໄດ້​ຈັດ​ຕັ້ງ​ຫັດ​ແອບ​ການ​ເຄື່ອນ​ທີ່​ປະສານ​ກ້ອນ​ລວມ​ໝູ່ ຢູ່​ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ແລະ ຢູ່​ເດີ່ນ​ສະໜາມ​ຫຼວງ ເພື່ອ​ຮັບປະກັນ​ໃຫ້​ມີ​ຄວາມ​ເປັນ​ລະ ບຽບ​ຮຽບ​ຮ້ອຍ, ຈົບງາມ, ມາ​ຮອດ​ປັດຈຸບັນສາມາດ​ຮັບປະກັນ​ໄດ້ 70-80%. ສະຫາຍ ຮ້ອຍ​ເອກ ອາ​ນຸພົນ ດວງ​ພະຈັນ ຫົວໜ້າ​ກ້ອນ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນໄດ້​ໃຫ້​ຮູ້​ວ່າ: ພາຍຫຼັງທີ່​ຄະນະ​ພັກ-ຄະນະ​ບັນຊາໄດ້​ແຕ່ງຕັ້ງ ແລະ ມອບ​ໝາຍ ​ໜ້າທີ່​ແລ້ວ ໄດ້​ຈັດ​ຕັ້ງ​ກຳລັງ​ເລີ່ມ​ຫັດ​ແອບ​ຕາມ​ລະບຽບ​ຫຼັກການ​ຕ່າງໆ ເລີ່ມ​ແຕ່​ວັນ​ຈັນ​ເຖິງ​ວັນ​ອາທິດ, ຫັດ​ແອບ​ທັງ​ເຊົ້າ ແລະ ແລງ ພ້ອມ​ນີ້, ຍັງ​ຮຽກຮ້ອງ​ໃຫ້​ພະນັກງານ-ນັກຮົບ ກ້ອນ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ຈົ່ງ​ພ້ອມ​ກັນ​ ຍົກ​ສູງ​ຄວາມ​ຮັບຜິດຊອບ​ໜ້າ ທີ່​ການເມືອງ​ຂອງ​ຕົນ ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນການ​ເຝິກຊ້ອມ, ເອົາໃຈໃສ່​ກຳ​ແໜ້ນ​ດ້ານ​ຫຼັກການ, ການ​ເຄື່ອນເໜັງ ເຕັກນິກ​ຈັງຫວະ​ຕ່າງໆ ໃຫ້​ຖືກຕ້ອງ ແລະ ຄົບ​ຖ້ວນ ທັງ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ ແລະ ຄວາມ​ເປັນ​ລະບຽບ​ຈົບງາມ. ສະຫາຍ ຮ້ອຍ​ເອກ ສົມປອງ ໄຊ​ຍະ​ເວດ ພະນັກງານ​ເຂົ້າຮ່ວມ​ສວນສະໜາມ​ກ້ອນ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ໄດ້​ຕາງໜ້າໃຫ້ພະ ນັກງານ-ນັກຮົບສະແດງຄວາມ ​ຮູ້ສຶກ​ພາກພູມ​ໃຈ ທີ່​ໄດ້​ເຂົ້າ​ຮ່ວມ​ ເດີນ​ສວນສະໜາມສະເຫຼີມສະ ຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ, ພາຍຫຼັງ​ໄດ້​ຮັບ​ການ​ຄັດ​ເລືອກໄດ້​ກຽມພ້ອມ​ທາງ​ດ້ານ​ສຸຂະພາບ, ລະບຽບ​ວິໄນ, ການ​ເຂົ້າ​ສູນ​ເຝິກຊ້ອມ, ເຊິ່ງ​ປັດຈຸບັນພະນັກງານ-ນັກຮົບ ກ້ອນ​ກຳລັງ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນມີ​ຄວາມ​ສາມັກຄີ, ມີ​ຄວາມ​ຫ້າວຫັນ​ໃນ​ການ​ເຝິກຊ້ອມ​ເປັນ​ຢ່າງ​ດີ, ພ້ອມ​ໃຫ້​ຄຳ​ໝັ້ນສັນ ຍາ​ວ່າ ໃນ​ໄລຍະ​ເຂົ້າ​ເດີນ​ກ້ອນ ​ສວນສະໜາມ ໃນ​ມື້​ສຳຄັນ​ດັ່ງກ່າວ ຈະຮັບປະກັນໄດ້ຄວາມພ້ອມ ທາງ​ດ້ານ​ຈັງຫວະ​ທ່າ​ທາງສີໜ້າ ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຈົບ ງາມ. ສະຫາຍ ພັນ​ໂທ ວົງ​ເດືອນ ແກ້ວ​ມະນີ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະ​ຮັບຜິດຊອບ ຕະຫຼອດ​ຮອດ​ກ້ອນ​ກຳລັງ​ທຸກ​ສະຫາຍ ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບ ຜິດຊອບ​ຂອງ​ຕົນ ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນການ​ຫັດ​ແອບ, ເອົາໃຈໃສ່​ກຳ​ແໜ້ນ​ດ້ານ​ຫຼັກການ, ການ​ເຄື່ອນ​ເໜັງເຕັກນິກ, ຈັງຫວະ​ຕ່າງໆໃຫ້​ຖືກຕ້ອງ ແລະ ຄົບ​ຖ້ວນ ທັງ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ ແລະ ຄວາມ​ເປັນ​ລະບຽບ​ຈົບງາມ ເພື່ອເຮັດ​ ໃຫ້ການ​ເດີນ​ຂະ​ບວນ​ສວນສະໜາມ ສະເຫຼີມສະຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ ມີ​ບັນຍາກາດ​ຟົດຟື້ນ, ກວ້າງຂວາງ ແລະ ມີ​ຄວາມ​ໝາຍ​ຄວາມ​ສຳຄັນ. ເນື່ອງ​ໃນ​ໂອກາດວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 50 ປີ​ທີ​ຈະ​ມາ​ເຖິງ​ນີ້, ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ທຸກ​ ສະຫາຍ ຂໍ​ອວຍພອນ​ໄຊ​ອັນ​ປະ ເສີດໃຫ້ການ​ນຳ​ພັກ-ລັດ, ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ສືບຕໍ່​ຊີ້​ ນຳ-ນຳພາ​ປະເທດ​ຊາດໃຫ້​ຈະ ເລີນ​ຮຸ່ງເຮືອງ ແລະ ຊີ້​ນຳ-ນຳພາ​ກອງທັບ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ. ໂດຍ: ແສງ​ເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ