ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທີ່ປຶກສາທູດປ້ອງກັນຊາດ ສະຫະລັດ ອາເມຣິກາ
ເວລາອອກຂ່າວ: 2025-10-09 15:35:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 821 | ຄວາມນິຍົມ: ![]()
ໃນວັນທີ 9 ຕຸລາ 2025 ນີ້, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ສະເໜີໂຕ ຂອງທ່ານ ພັນໂທ ນາງ ມາເຣຍ ເຈ ລີອອງ ທີ່ປືກສາທູດປ້ອງກັນຊາດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ພ້ອມຄະນະ.
ໃນໂອກາດນີ້, ທ່ານ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ພັນໂທ ນາງ ມາເຣຍ ເຈ ລີອອງ ທີ່ໄດ້ຮັບການແຕ່ງຕັ້ງເປັນທີ່ປືກສາທູດປ້ອງກັນຊາດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງ, ອວຍພອນໃຫ້ທ່ານທີ່ປຶກສາທູດປ້ອງກັນຊາດ ຈົ່ງປະສົບຜົນສຳເລັດ ໃນໜ້າທີ່ວຽກງານທຸກປະການ.
ທ່ານ ພັນໂທ ນາງ ມາເຣຍ ເຈ ລີອອງ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ພົນຕີ ສາຍໃຈ ກົມມະສິດ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ແຈ້ງແຜນຄາດກະການຮ່ວມມືໃນຕໍ່ໜ້າ ໃຫ້ຮັບຊາບ ຕື່ມອີກ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















