ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ກອງບັນຊາການທະຫານແຂວງຫຼວງພະບາງ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-10-09 16:02:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1894 | ຄວາມນິຍົມ:



ວັນທີ 9 ຕຸລາ 2025 ນີ້, ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ແລະ ຂຶ້ນເຜີຍແຜ່ຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກໍາມະການຄະນະປະຈຳພັກແຂວງ, ຫົວໜ້າໜ້າການເມືອງກອງບັນຊາການທະຫານ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກໍາມະການຄະນະພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ ແລະ ພະນັກງານຫຼັກແຫຼ່ງຈາກກົມກອງທົ່ວທະຫານແຂວງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ໄດ້ດຳເນີນໃນວັນທີ 7-8 ສິງຫາ 2025 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ ”ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກທຸກຂັ້ນ, ຕັ້ງໜ້າກໍ່ສ້າງກອງທັບ ປະຊາຊົນລາວ ໃຫ້ໜັກແໜ້ນ ເຂັ້ມແຂງ ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນໃຫ້ປະເທດຊາດ ມີຄວາມສະຫງົບຢ່າງໜັກແໜ້ນ” ເຊິ່ງກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຍົກໃຫ້ເຫັນບົດບາດໃນການນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໃນໄລຍະ 5 ປີຜ່ານມາ, ກອງປະຊຸມ ມີຜູ້ແທນເຂົ້າຮ່ວມທັງໝົດ 230 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກກໍາລັງຫຼວງ 43.686 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມ 47 ສະຫາຍ, ກອງປະຊຸມໄດ້ດໍາເນີນໄປດ້ວຍຄວາມເປັນເອກະພາບ ປະຊາທິປະໄຕ ແລະ ຄວາມຮັບຜິດຊອບການເມືອງສູງ ເຊິ່ງບັນດາຜູ້ແທນໄດ້ພ້ອມກັນຄົ້ນຄວ້າ ຕົກລົງຫຼາຍບັນຫາສຳຄັນ ຂອງກະຊວງປ້ອງກັນປະເທດ ດ້ວຍຄວາມເປັນເອກະພາບສູງ. ພ້ອມນັ້ນ, ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝ ທີ VI ຈຳນວນ 35 ສະຫາຍ, ຍິງ 2 ສະຫາຍ ແລະ ຮັບຮອງເອົາກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຈໍານວນ 11 ສະຫາຍ. ຮັບຮອງເອົາເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາພັກ ແລະ ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ. ສະຫາຍ ພັນໂທ ເພັງວົງພັນ ວົງໄຊຍະລາດ ຫົວໜ້າພະແນກພະນັກງານຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍອາຍຸກະສຽນຮັບບໍານານຂອງນາຍທະຫານ. ກົມໃຫຍ່ການເມືອງກອງທັບ ຕົກລົງອະນຸມັດໃຫ້ສະຫາຍ ພັນໂທ ແສງອາລຸນ ລໍສຸນົນ ຫົວໜ້າພະແນກບໍລິຫານ ກອງບັນຊາການທະຫານເມືອງຊຽງເງິນ ພັກການຮັບບໍານານ ແລະ ຂໍ້ຕົກລົງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ຢູ່ກອງບັນຊາການທະຫານແຂວງ ຫຼວງພະບາງ. ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງສະຫາຍ ພັນໂທ ຊາຍເງິນ ແກ້ວໄພສານ ເປັນຫົວໜ້າພະແນກບໍລິຫານ ກອງບັນຊາການທະຫານເມືອງຊຽງເງິນ, ສະຫາຍ ພັນໂທ ພົງສະຫວັນ ກິດຕະນະ ເປັນຫົວໜ້າພະແນກບໍລິຫານຫ້ອງການກອງບັນຊາການ, ສະຫາຍ ພັນໂທ ບຸນລຽນ ພຸດສະດີ ເປັນຮອງພະແນກການທະຫານທ້ອງຖິ່ນ, ສະຫາຍ ພັນຕີ ສຸລະຢຸດ ພິລາທອນ ເປັນຮອງພະແນກຊາວໜຸ່ມ, ສະຫາຍ ພັນຕີ ອຸລາຄໍາ ອິນພາວິສອນ ເປັນຮອງພະແນກບໍລິຫານຫ້ອງການກອງບັນຊາການທະຫານແຂວງ ຫຼວງພະບາງ. ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຂັ້ນຊ່ວຍວຽກ ຢູ່ຫ້ອງການເມືອງທະຫານແຂວງຫຼວງພະບາງ ອີກຈໍານວນໜຶ່ງ. ຂ່າວ: ສົມພອນ ສຸວັນທອນ, ພາບ: ທອງລິດ ແກ້ວທຸມມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ