ການທະຫານນະຄອນຫຼວງວຽງຈັນ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-10-10 09:01:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 926 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄອນວິໄລ ທຳມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ສຸລິເດດ ດວງມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະບັນຊາຈາກກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານ ວິຊາການທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ລືໄຊ ສຸຂະວົງ ຫົວໜ້າພະແນກກໍ່ສ້າງຮາກຖານ
ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ປະ ຈຳປີ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ທົ່ວກອງບັນຊາການທະຫານນະຄອນ ຫຼວງວຽງຈັນ; ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຕາມທິດຊີ້ນຳຂອງ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍຄື ຄຳສັ່ງ ເລກທີ 03/ກມສພ, ລົງວັນທີ 30 ພຶດສະພາ 2012 ວ່າດ້ວຍການສ້າງເປັນໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນ ນະບົດ; ເອົາໃຈໃສ່ການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ລົງປະຈຳກຸ່ມບ້ານ ທົ່ວ 59 ກຸ່ມບ້ານ ມີພະນັກງານ ຈຳນວນ 87 ສະຫາຍ ເປັນຕົວແທນຂອງກອງບັນຊາການທະ ຫານເມືອງ ກໍຄື ນະຄອນຫຼວງວຽງຈັນ ເຮັດໜ້າທີ່ປະສານສົບທົບກັບ ອຳນາດການປົກຄອງທ້ອງຖິ່ນ ແລະ ເປັນຜູ້ນຳເອົາແນວທາງແຜນນະໂຍບາຍ, ມະຕິຄຳສັ່ງຂອງບັນດານິຕິກຳ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ເອກະສານທີ່ເປັນມູນເຊື້ອປະຫວັດສາດ ສຳຄັນຂອງພັກຂອງຊາດ ເຜີຍແຜ່ໃຫ້ກັບອົງການຈັດຕັ້ງຂັ້ນຕ່າງໆ ແລະ ປະຊາ
ຊົນ ຢ່າງທົ່ວເຖິງ, ພ້ອມທັງເຮັດວຽກງານຕົວຈິງກັບພື້ນຖານບ້ານ, ເພື່ອເປັນການປຸກລະດົມຊຸກຍູ້ຊ່ວຍເຫຼືອບັນດາອົງການ ຈັດຕັ້ງຂັ້ນຕ່າງໆຂອງບ້ານ ເຄື່ອນໄຫວຕາມສິດພາລະບົດ ບາດ, ມີການກວດກາຕີລາຄາສະພາບການຂອງບ້ານ, ລົງໃກ້ຊິດຕິດແທດກັບຫົວໜ່ວຍ 10 ຫຼັງຄາເຮືອນ, ສ້າງໃຫ້ໄດ້ພະນັກງານຫຼັກແຫຼ່ງແກ່ນສານ ພາຍໃນບ້ານ ແລະ ສ້າງພື້ນຖານບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນແຕ່ລະດ້ານ, ຈັດຕັ້ງພະນັກງານກໍ່ ສ້າງຮາກຖານປະຈຳກຸ່ມບ້ານ ເພື່ອສົມທົບກັບ ອົງການປົກຄອງບ້ານ ຊີ້ນຳກຳລັງກອງຫຼອນບ້ານເຄື່ອນໄຫວເຮັດໜ້າທີ່ເກັບກຳຂ່າວສະພາບປະກົດການຫຍໍ້ທໍ້ ໃນໄລຍະຜ່ານມາ ໄດ້ທັງໝົດ 1.141 ເລື່ອງ, ປະກາດຮັບຮອງເປັນບ້ານປ້ອງກັນຊາດເຂັ້ມແຂງໄດ້ 9 ບ້ານ, ມີ 2.150 ຄອບຄົວ; ພ້ອມນັ້ນ ຍັງໄດ້ສຸມໃສ່ດຳເນີນຕິດຕາມການປະເມີນບ້ານປ້ອງກັນຊາດເຂັ້ມແຂງ ຢູ່ 7 ເມືອງ ມີ 34 ບ້ານ ທີ່ກຳລັງກະກຽມຈະປະກາດຮັບຮອງເປັນບ້ານປ້ອງກັນຊາດເຂັ້ມແຂງໃນຕໍ່ໜ້ານີ້ໃຫ້ໄດ້ຕາມຄາດໝາຍທີ່ຂັ້ນເທິງວາງໄວ້.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















