ກອງພັນໃຫຍ່ 702 ເຄົາລົບທຸງຊາດປະຈຳເດືອນຕຸລາ 2025
ເວລາອອກຂ່າວ: 2025-10-10 09:02:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 828 | ຄວາມນິຍົມ: ![]()
ໃນວັນທີ 6 ຕຸລາ 2025, ກອງພັນໃຫຍ່ 702 ໄດ້ຈັດພິທີເຄົາລົບທຸງຊາດປະຈຳເດືອນຕຸລາ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນລອນ ພົນສີລາ ຫົວໜ້າການທະຫານກອງພັນໃຫຍ່ 702, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ຕະຫຼອດຮອດ ນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນລອນ ພົນສີລາ ໄດ້ຜ່ານບົດສະຫຼຸບການ ຈັດຕັ້ງປະຕິບັດເຄື່ອນໄຫວວຽກງານພາຍໃນ 1 ເດືອນຜ່ານມາ ແລະ ວາງທິດທາງແຜນການເດືອນຕໍ່ໜ້າ; ໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກົມກອງໃນໄລຍະຜ່ານມາ. ທັ້ງນີ້, ເພື່ອປະຕິບັດຕາມລະບຽບການຂອງກອງທັບ ວ່າດ້ວຍການເຄົາ ລົບທຸງປະຈຳເດືອນໃຫ້ມີຄວາມເຂັ້ມແຂງດ້ານລະບຽບວິໃນ, ຈາກນັ້ນ ກໍໄດ້ຮັບຊົມການເດີນສວນສະ ໜາມຂອງກ້ອນກຳລັງພະແນກການ, ກົມກອງອີກ ແລະ ສືບຕໍ່ເຝິກຊ້ອມກ້ອນກຳລັງເດີນສວນສະໜາມ ເພື່ອກະກຽມໃສ່ວັນສ້າງຕັ້ງກອງພັນໃຫຍ່ 702 ຄົບຮອບ 48 ປີ ທີ່ຈະໜູນວຽນມາເຖິງໃນມໍ່ໆ ນີ້.
ໂດຍ: ຄຳພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















