ຊຸກຍູ້ກວດກາປະເມີນຜົນການຈັດຕັ້ງປະຕິບັດປັບປຸງ ກໍ່ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ຢູ່ກອງພັນທີ 22
ເວລາອອກຂ່າວ: 2025-10-10 09:06:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 788 | ຄວາມນິຍົມ: ![]()
ໃນວັນທີ 15 ກັນຍາ 2025 ຜ່ານມານີ້, ຄະນະຊີ້ນຳກອງບັນຊາການທະຫານແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຊຸກຍູ້ກວດກາປະເມີນຜົນການຈັດຕັ້ງປະຕິບັດປັບປຸງການກໍ່ສ້າງ ກົມກອງວັດທະນະທຳ-ນັກຮົບວັດ ທະນະທຳ
ຢູ່ກອງພັນທີ 22 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມເພັງ ອ້ວນວິໄລ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຈຳປາສັກ,
ມີຄະນະພັກ-ຄະນະບັນຊາຈາກຫ້ອງການເມືອງ, ພະແນກໂຄສະນາ-ອົບຮົມທະຫານແຂວງ, ຄະນະພັກ-ຄະນະບັນຊາ ກອງພັນທີ 22 ພ້ອມດ້ວຍພະນັກງານ ໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ເກະ ວັນນະວົງ ຮອງຫົວໜ້າການເມືອງ ກອງພັນທີ 22 ໄດ້ຜ່ານບົດລາຍງານການສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳ ຂອງກອງພັນທີ 22 ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໄດ້ມີຄວາມເປັນເອກກະພາບພາຍໃນສູງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນໃນການຈັດຕັ້ງປະຕິບັດການປັບປຸງກໍ່ສ້າງກົມກອງ, ເອົາໃຈໃສ່ສຶກສາອົບ
ຮົມການເມືອງ-ນຳພາແນວຄິດໃນການນຳພາສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳຕາມ 5 ມາດຖານ, ພະນັກງານນັກຮົບມີຄຸນທາດການເມືອງໜັກ
ແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໃນ, ປະຕິບັດມະຕິຄຳສັ່ງຂອງການຈັດຕັ້ງຂັ້ນເທິງຢ່າງເຂັ້ມງວດ, ມີຄວາມດຸໜັ່ນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນຜະລິດຜົນ ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແລະ ຄອບ
ຄົວຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃນໄລຍະຜ່ານມາຄະນະຊີ້ນຳການກໍ່ສ້າງນັກຮົບວັດທະນະທຳ-ກົມກອງວັດຖະນະທຳ ໄດ້ມີຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ,ໃນການນຳພາຂະບວນການຂອງກົມກອງ ຕິດພັນກັບການຕິດຕາມກວດກາ-ປະເມີນຜົນແຕ່ລະໄລຍະເປັນລະບົບຕໍ່ເນື່ອງ, ເອົາໃຈໃສ່ສ້າງຂະບວນການແຂ່ງຂັນ ແລະ ຈັດຕັ້ງປາຖະກະຖາວັນສຳຄັນທາງປະຫວັດສາດຂອງຊາດ, ຂອງພັກ, ຂອງກອງທັບ ຄຽງຄູ່ກັບວຽກງານກິລາ ສິລະປະ-ວັນນະຄະດີ ໃຫ້ມີບັນຍາກາດຟົດຟື້ນ.
ໂດຍ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















