ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ປະກາດ​ປະດັບ​ທຽບ​ຊັ້ນ​ນາຍທະຫານ ຜູ້​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ
ເວລາອອກຂ່າວ: 2025-10-10 09:09:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 789 | ຄວາມນິຍົມ:



ໃນ​ວັນ​ທີ 9 ຕຸລາ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ໄດ້​ຈັດ​ພິທີປະກາດ​ການ​ປະດັບ​ທຽບ​ຊັ້ນ​ໃຫ້​ນາຍທະຫານຜູ້​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ ສາຍ​ລັດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ດາວ​ໄກ ເລີດ​ລີ​ວັນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ທະຫານ​ຊາຍ​ແດນ, ມີ​ຄະນະ​ພັກ-ຄະນະ​ບັນຊາ 6 ຫ້ອງ, ໂຮງຮຽນ​ທະຫານ​ຊາຍ​ແດນ 712 ພ້ອມ​ດ້ວຍ​ນາຍ​ທະ ຫານ​ທີ່​ໄດ້​ຮັບ​ການ​ປະດັບ​ທຽບ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄຜ່​ລ້ອມ ໄຊ​ຍະ​ວົງສາ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ທະຫານ​ຊາຍ​ແດນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ປະດັບ​ທຽບ​ຊັ້ນ​ນາຍ​ທະຫານ ຜູ້ທີ່ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ ໃນ​ນີ້, ຕົກລົງ​ປະດັບ​ທຽບ​ຊັ້ນຮ້ອຍ​ໂທ ໃຫ້​ນາຍ​ທະຫານ​ທີ່​ຮຽນ​ຈົບ​ປະລິນຍາ​ຕີ ແລະ ຊັ້ນ​ສູງ ຈຳນວນ 8 ສະຫາຍ. ໂດຍ: ກາ ຫຼ້າ​ພາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ