ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ປະດັບຊັ້ນນາຍທະຫານໃຫ້ນັກສຶກສາ ຮຽນຈົບວິຊາສະເພາະຈາກຕ່າງປະເທດ
ເວລາອອກຂ່າວ: 2025-10-10 13:58:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2021 | ຄວາມນິຍົມ:



ວັນທີ 10 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງພິທີປະດັບຊັ້ນນາຍທະຫານ ໃຫ້ນັກສຶກສາ ທີ່ຮຽນຈົບ ປະລິນຍາຕີ ດ້ານວິຊາສະເພາະຕ່າງໆ ຈາກ 3 ປະເທດ ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ ພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ມີຄະນະພັກ-ຄະນະບັນຊາ, ບັນດານັກສຶກສາທີ່ສຳເລັດການສຶກສາ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານ ຂໍ້ຕົກລົງວ່າ ດ້ວຍການປະດັບຊັ້ນນາຍທະຫານ ຊັ້ນຮ້ອຍໂທ ໃຫ້ນັກສຶກສາ ທີ່ສຳເລັດການສຶກສາ ວິຊາສະເພາະຕ່າງໆ ຢູ່ບັນດາວິທະຍາຄານ, ໂຮງຮຽນ ຈາກ 3 ປະເທດ ຈຳນວນ 50 ສະຫາຍ. ໃນນີ້, ຢູ່ສສ ຫວຽດນາມ 34 ສະຫາຍ, ສປ ຈີນ 1 ສະຫາຍ ແລະ ສ ຣັດເຊຍ 15 ສະຫາຍ, ພ້ອມກັນນີ້ໄດ້ຜ່ານຂໍຕົກລົງການອະນຸມັດນຳສົ່ງ ນາຍທະຫານ ທີ່ຮຽນຈົບວິຊາສະເພາະຕ່າງໆ ໄປໃຫ້ບັນດາກົມກອງວິຊາສະເພາະ. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກສຶກສາ ຜູ້ທີ່ໄດ້ຮັບການປະດັບຊັ້ນໃໝ່ ພ້ອມທັງ, ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງຍົກສູງຄຸນທາດການເມືອງ-ແນວຄິດໃຫ້ໜັກແໜ້ນ, ເຂັ້ມແຂງຮອບດ້ານ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ປະຕິບັດກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດ, ສິນທໍາປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ມີຄວາມສາມັກຄີພາຍໃນ-ພາຍນອກຢ່າງແໜ້ນແຟ້ນ, ມີສະຕີລະວັງຕົວຕໍ່ກຸ່ມຄົນບໍ່ຫວັງດີ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງ ກໍຄືກົມກອງມອບໝາຍໃຫ້. ໂດຍ: ໄພລິນ ບຸນຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ