ອົງການຈັດຕັ້ງມະຫາຊົນ ວຕກ ມອບເຄື່ອງບໍລິໂພກ ໃຫ້ກ້ອນສວນສະໜາມກຳລັງປ້ອງກັນຊາດ
ເວລາອອກຂ່າວ: 2025-10-10 14:05:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1781 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2025 ນີ້, ອົງການຈັດຕັ້ງມະຫາຊົນ ວິທະຍາຄານເຕັກນິກການທະຫານ (ວຕກ) ນຳໂດຍ ສະຫາຍ ພັນໂທ ຄຳມະນີໄຊ ໂອໄລຈິດ ຮອງຫົວໜ້າຫ້ອງການເມືອງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ທົ່ວ ວຕກ ໄດ້ນໍາເອົານ້ຳດື່ມ ຈຳນວນ 20 ແພັກ, ໝີ່ສຳເລັດຮູບຈຳນວນ ຈຳນວນ 4 ແກັດ ແລະ ເຄື່ອງດື່ມຈໍານວນໜຶ່ງ ລວມມູນຄ່າ 1.500.000 ກີບ ມາມອບໃຫ້ຄະນະຮັບຜິດຊອບກ້ອນສວນສະໜາມກຳລັງປ້ອງກັນຊາດ ທີ່ພວມເຝິກຊ້ອມສວນສະໜາມ ຢູ່ກອງຍິງປືນ 199 (ຫຼັກ27).
ການມອບເຄື່ອງບໍລິໂພກໃນຄັ້ງນີ້, ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ກຳລັງໃຈ ແກ່ພະນັກງານ-ນັກຮົບ ແຕ່ລະກ້ອນກຳລັງ ໃຫ້ມີຄວາມຫ້າວຫັນ, ມີເຫື່ອແຮງພະລັງ ແລະ ມີຈິດໃຈອຸ່ນອຽນທຸ່ນທ່ຽງໃນການເຝິກແອບ ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການເຝິກຊ້ອມ ເວົ້າສະເພາະແມ່ນເປັນການປຸກບະດົມຊຸກຍູ້ໃຫ້ສະມາຊິກສະຫະພັນແມ່ຍິງ ວິທະຍາຄານເຕັກນິກການທະຫານ ທີ່ເຂົ້າຮ່ວມສວນສະໜາມໃນຄັ້ງນີ້ ມີຈິດໃຈສູ້ຊົນເຮັດສຳເລັດໜ້າ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີຄວາມເປັນເອກະພາບ, ສວຍງາມ, ຄ່ອງແຄ່ວ ແລະ ໄດ້ຮັບໝາກຜົນສູງ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















