ກອງບັນຊາການທະຫານແຂວງອຸດົມໄຊ ປະກາດການອະນຸມັດ ແລະ ມອບເງິນຊົດເຊີຍໃຫ້ນາຍທະຫານ ພັກການ ຮັບບຳນານ
ເວລາອອກຂ່າວ: 2025-10-10 14:09:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1716 | ຄວາມນິຍົມ: ![]()
ໃນວັນທີ 10 ຕຸລາ 2025 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີ ປະກາດການອະນຸມັດ ແລະ ມອບເງິນຊົດເຊີຍໃຫ້ນາຍທະຫານ ພັກການ ຮັບບຳນານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຕຸ່ນທອງ ທອງຜິວ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງອຸດົມໄຊ ພັກການ ຮັບບຳນານ ໂດຍອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ເລກທີ 54 /ສພຊ, ລົງວັນທີ14 ມິຖຸນາ 2018 ໝວດທີ 1 ມາດຕາ 33 ແລະ 34, ອີງຕາມ ກົດໝາຍ ວ່າດ້ວຍປະກັນສັງຄົມ ເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018 ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງອຸດົມໄຊ ພັກການ ຮັບບຳນານ ຈໍານວນ 5 ສະຫາຍ ແລະ ມອບເງິນຊົດເຊີຍລວມທັງໝົດ 98.242.670 ກີບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ແຕ່ລະສະຫາຍ ສືບຕໍ່ປະກອບສ່ວນເຂົ້າໃນຂົງເຂດວຽກງານຕາມການມອບໝາຍຂອງອົງການປົກຄອງທ້ອງຖິ່ນ, ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ພະນັກງານສະມາຊິກພັກຮຸ່ນສືບທອດ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າເຊື່ອມຊຶມຕໍ່ແນວທາງປ່ຽນແປງໃໝ່ຂອງພັກ-ລັດ, ຮັບຮູ້ເຂົ້າໃຈຕໍ່ຄວາມສຳຄັນ ຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ແລະ ນຳເອົາເງິນຈຳນວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການສ້າງສາພັດທະນາເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ.
ຂ່າວ: ສັນໂສພີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















