ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ທະຫານ​ເມືອງ​ປາກ​ອູ ແຂວງ​ຫຼວງ​ພະ​ບາງ ຍິງ​ລູກປືນ​ແທ້
ເວລາອອກຂ່າວ: 2025-10-15 09:03:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 410 | ຄວາມນິຍົມ:



ໃນ​ວັນ​ທີ 10 ຕຸລາ 2025 ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ປາກ​ອູ ແລະ ກອງ ຮ້ອຍ 25 ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ເມືອງ​ປາກ​ອູ ໄດ້​ປະຕິບັດ​ຍິງ​ລູກປືນ​ແທ້ ຢູ່​ທີ່​ສະ ໜາມ​ຫັດ​ແອບ​ບ້ານ​ຊ່າງ​ໄຫ, ໂດຍ​ ການ​ເຂົ້າ​ຮ່ວມ​ຂອງ ທ່ານ ແກ່ນ​ຄຳ ຄຳ​ພັນ ກຳມະການ​ພັກ​ແຂວງ, ເລຂາ​ຄະນະ​ພັກ​ບໍລິຫານ​ງານ​ພັກ​ເມືອງ, ປະທານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ປາກ​ອູ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ເມືອງ, ແຂກ​ທີ່​ຖືກ​ເຊີນ, ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພົງ​ສະຫວັນ ແກ້ວ​ຫາ​ນາມ ຫົວໜ້າ​ພະ​ແນກ​ເສນາ ກອງ​ບັນຊາ​ການ​ທະຫານ​ເມືອງ​ປາກ​ອູ ໄດ້​ຜ່ານ​ກົດ​ລະບຽບ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ໃນ​ໜ້າ​ສະໜາມ ແລະ ມະຕິ​ຕົກລົງ​ເລກ​ທີ 114 ຂອງ​ຄະນະ​ປະຈຳ​ພັກ​ເມືອງ ວ່າ​ດ້ວຍ​ການ​ປະສານ​ສຽງ​ແຕກ ຍິງ​ລູກປືນ​ແທ້ ຂອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ປາກ​ອູ, ຈາກ​ນັ້ນ​ກໍ​ໄດ້​ເລີ່ມ​ປະຕິບັດ​ຍິງ​ລູກປືນ​ແທ້​ໃນ​ບົດ​ກວດກາ​ທ່າ​ຍິງ ປະ ກອບ​ມີ: 3 ທ່າ​ຍິງ​ຄື: ທ່າ​ນອນ​ຍິງ, ນັ່ງ​ຍິ່ງ, ຢືນ​ຍິງ, ໄລຍະ​ຍິງ 100 ແມັດ, ຈຳນວນ​ລູກປືນ​ເປົ້າ​ລະ 3 ລູກ, ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ ມີ​ນັກ​ຍິງ​ຂັ້ນ​ເກັ່ງ 25 ສະຫາຍ ກວມ​ເອົາ 73,5%, ຂັ້ນ​ດີ 38 ສະຫາຍ ກວມ​ເອົາ 80,3%, ຄາດໝາຍ 17 ສະຫາຍ ກວມ​ເອົາ 67,4%. ໂດຍ: ຄຳ​ໝັ້ນ ພັນທະ​ວົງ ພາບ: ພອນ​ສະຫວັນ ສຸ​ລິ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ