ກອງຮ້ອຍ 201 ທະຫານແຂວງຫຼວງພະບາງ ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2025-10-16 09:09:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2025, ກອງຮ້ອຍ 201 ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງປະຕິບັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້, ໂດຍມີ ສະຫາຍ ຮ້ອຍເອກ ວັນແກ້ວ ສີສະຫງ່າ ຫົວໜ້າກອງ ຮ້ອຍ 201, ມີຄະນະພັກ-ຄະນະບັນຊາ, ແຂກທີ່ຖືກເຊີນ ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ການຈັດຕັ້ງປະຕິບັດຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ຄັ້ງນີ້, ແມ່ນຍິງໃນບົດກວດກາທ່າຍິງ ໄລຍະການຍິງ 100 ແມັດ, ປະກອບມີ 3 ທ່າຍິງຄື: ທ່ານອນຍິງ, ນັ່ງຍິງ ແລະ ຢືນຍິງ ຈຳນວນລູກປືນ ເປົ້າລະ 3 ລູກ, ເງື່ອນໄຂໃນການຍິງ ຂັ້ນເກັ່ງ ຈະຕ້ອງບັນລຸ 5-9 ຄະແນນ, ກາງ 3-5 ຄະແນນ ແລະ ຄາດໝາຍ 1-3 ຄະແນນ; ຜ່ານການຈັດຕັ້ງປະຕິ ບັດຕົວຈິງ ສາມາດຄັດເລືອກໄດ້ນັກຍິງຂັ້ນເກັ່ງມີ 3 ສະຫາຍ ກວມເອົາ 11,11%; ກາງ 10 ສະຫາຍ ກວມ 37,03% ແລະ ຄາດໝາຍ 14 ສະຫາຍ ກວມ 51,85%.
ໂດຍ: ພອນເພັດ ແກ້ວອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















