ຄະນະກົມໃຫຍ່ເຕັກນິກກອງທັບ ອວຍພອນ ຄະນະອຳນວຍການ ວິທະຍາຄານພະລາທິການກອງທັບ
ເວລາອອກຂ່າວ: 2025-10-16 09:12:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ: ![]()
ວັນທີ 14 ຕຸລາ 2025, ຢູ່ທີ່ຫ້ອງປະຊຸມອຳນວຍການ ວິທະ ຍາຄານພະລາທິການກອງທັບ (ວພກ), ຄະນະກົມໃຫຍ່ເຕັກນິກກອງທັບ ນຳພາໂດຍ ສະຫາຍ ພັນເອກ ວົງໃສ ວໍລະວົງ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ພ້ອມດ້ວຍ ຄຳອວຍພອນໄຊອັນປະ ເສີດ ເຂົ້າອວຍພອນ ຄະນະອຳນວຍການ ວພກ, ເນື່ອງໃນໂອ ກາດວັນຄູແຫ່ງຊາດ ຄົບຮອບ 31 ປີ ເພື່ອເປັນການລະນຶກເຖິງຄຸນ
ງາມຄວາມດີ, ຄວາມເສຍສະຫຼະອັນຍິ່ງໃຫຍ່ນັບທັງສະຕິປັນຍາ, ກຳລັງແຮງກາຍແຮງໃຈຂອງຄູ-ອາຈານ ໃນຮຸ່ນກ່ອນ. ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ສະຖາບັນການສຶກສາ ກໍຄືຄະນະອຳນວຍການ ທີ່ເປັນຜູ້ໃຫ້ທິດຊີ້ນຳ ໃນຂະບວນການຮຽນ-ການສອນໃນທົ່ວ ວພກ. ສະຫາຍ ພັນເອກ ວົງໃສ ວໍລະວົງ ພ້ອມດ້ວຍຄະນະ ໄດ້ຕາງໜ້າຈາກກົມໃຫຍ່ເຕັກນິກກອງທັບ ນຳເອົາກະຕ່າຂອງຂວັນ ມາມອບອວຍພອນໃຫ້ ຄະນະອຳນວຍການ ວພກ, ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ປອ ສົມເພັດ ວົງພະຈັນ ຫົວໜ້າການທະຫານ ວພກ ໄດ້ສະແດງຄວາມຂອບໃຈຕໍ່ຄະນະກົມໃຫຍ່ເຕັກນິກກອງທັບທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນປະ ຫວັດສາດດັ່ງກ່າວ.
ໂດຍ: ພອນປະສົງ ຢ່າງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















