ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຄະນະນໍາ ບັນດາກົມກອງ 4 ແຂວງພາກໃຕ້ ເຂົ້າອວຍພອນບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2025-10-16 15:05:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 690 | ຄວາມນິຍົມ:



ໃນວັນທີ 14 ຕຸລາ 2025 ນີ້, ຄະນະນໍາ ບັນດາກົມກອງ 4 ແຂວງພາກໃຕ້ ໃນນັ້ນ, ມີກອງບັນຊາການທະຫານແຂວງຈໍາປາສັກ, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ກອງບັນຊາການທະຫານແຂວງອັດຕະປື, ກອງບັນຊາການທະຫານແຂວງສາລະວັນ ແລະ ກອງບັນຊາການທະຫານແຂວງເຊກອງ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະອໍານວຍການ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສັນຍາການຮ່ວມມືຮອບດ້ານ ຄົບຮອບ 80 ປີ, ໂດຍການຕ້ອນຮັບ ຂອງສະຫາຍ ໂງ ແມັງ ຮຸງ ຜູ້ອຳນວຍການ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຕາງໜ້າໃຫ້ຄະນະນໍາບັນດາກົມກອງ 4 ແຂວງພາກໃຕ້ ກ່າວຄວາມຢ້ຽມຢາມຖາມຂ່າວ ພ້ອມທັງຍົກໃຫ້ເຫັນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງຊາດ ແລະ ສອງກອງທັບ ລາວ-ຫວຽດນາມ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອກັນຕະຫຼອດມາ ໂດຍສະເພາະ ບັນດາກົມກອງ 4 ແຂວງພາກໃຕ້ ກັບ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ. ພ້ອມທັງກ່າວຄໍາອວຍພອນໄຊອັນປະເສີດ ແດ່ອຳນວຍການ ພ້ອມດ້ວຍນັກວິຊາການ ທົ່ວບໍລິສັດ ມິດຕະພາບ 206 ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ. ໂອກາດດຽວກັນ, ສະຫາຍ ໂງ ແມັງ ຮຸງ ໄດ້ສະແດງຄວາມຂອບໃຈ ພ້ອມທັງອວຍພອນໄຊອັນປະເສີດແດ່ ຄະນະນໍາ ແຕ່ລະກົມກອງ ທີ່ເຂົ້າອວຍພອນໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ອວຍພອນແດ່ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ຈາກນັ້ນ, ໄດ້ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ລະຫວ່າງ ບໍລິສັດ ມິດຕະພາບ 206 ກັບ ຄະນະນໍາ ບັນດາກົມກອງ 4 ແຂວງພາກໃຕ້ ຕື່ມອີກ. ຂ່າວ : ນາງ ສີລິຄານ ສີດາວົງ; ພາບ: ນາງ ສົມພອນ ເເກ້ວມະນີໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ