ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ເມືອງຫົງສາ ປາຖະກະຖາ 3 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ
ເວລາອອກຂ່າວ: 2025-10-16 16:10:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 799 | ຄວາມນິຍົມ:



ວັນທີ 16 ຕຸລາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີ ປາຖະກະຖາ 3 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີບັນດາກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າລັດວິສາຫະກິດ ສູນບໍລິການປະຈໍາເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານເທສະບານເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພົມມາ ພົມມະຫານ ໄດ້ຍົກໃຫ້ເຫັນ ບັນດາປັດໄຈສຳຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945, ຄວາມໝາຍສໍາຄັນ ວັນປະກາດເອກະລາດ 12 ຕຸລາ 1945, ເສີມຂະຫຍາຍມູນເຊື້ອວັນປະກາດເອກະລາດ 12 ຕຸລາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະຫວັດການສ້າງຕັ້ງການທູດລາວ, ຜົນສຳເລັດໃນການເປີດກວ້າງການພົວພັນສາກົນ ຂອງ ສປປ ລາວ, ບາງບົດຮຽນການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນຊຸມປີຕໍ່ໜ້າ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດ ກໍຄືຄວາມສຳຄັນ ຂອງວຽກງານວິທະຍາສາດ ຕື່ມອີກ. ການປາຖະກະຖາໃນຄັ້ງນີ້, ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃຫ້ມີຄວາມຮັບຮູ້-ເຂົ້າໃຈ ເຖິງບົດບາດ, ຄວາມໝາຍ ຄວາມສຳຄັນ, ປະຫວັດແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຕະຫຼອດຮອດຜົນງານການເຄື່ອນໄຫວໃນແຕ່ລະໄລຍະ ຂອງ 3 ວັນປະຫວັດສາດດັ່ງກ່າວ ແຕ່ອະດີດຈົນເຖິງປັດຈຸບັນ. ພາບ: ສຸບັນ ເງິນງາມ ຂ່າວ: ຊາຍນະສານ ຫານສຸວິ ( ຄ.ອ.ມ ຫົງສາ )



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ