ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ວຕກ ມອບເງິນອຸດໜູນພັກການຮັບບຳນານໃຫ້ພະນັກງານ
ເວລາອອກຂ່າວ: 2025-10-16 16:18:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 813 | ຄວາມນິຍົມ:



ວັນທີ 16 ຕຸລາ 2025 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດພິທີມອບເງິນອຸດໜູນໃຫ້ພະນັກງານທີ່ໄດ້ຮັບນະໂຍບາຍພັກການຮັບບຳນານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວຕກ, ມີບັນດາສະຫາຍ ຕາງໜ້າ ຄະນະຫ້ອງ, ຄະນະວິຊາ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສົມສຸກ ແກ້ວຄໍາພົນ ຫົວໜ້າພະແນກພະນັກງານ ວຕກ ໄດ້ຜ່ານ ຂໍ້ຕົງລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ, ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ ແລະ ການຄົ້ນຄວ້າຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການ ອະນຸມັດໃຫ້ ນາຍທະຫານ 6 ສະຫາຍຢູ່ ວິທະຍາຄານເຕັກນິກການທະຫານ ພັກການຮັບເງິນນະໂຍບາຍບຳນານນັບແຕ່ງວດເດືອນ 3 ປີ 2025 ເປັນຕົ້ນໄປ, ໃນນີ້ມີ ສະຫາຍ ພັນໂທ ຄຳບົກ ເພັດດາວອນ ຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຄຳຕາ ນາມຄຳພາວົງ ຮອງຫົວໜ້າຫ້ອງພະລາທິການ, ສະຫາຍ ພັນໂທ ບຸນໄທ ແສງສະຫວ່າງ ຫົວໜ້າພະແນກຄຸ້ມຄອງອາວຸດ ຫ້ອງເຕັກນິກ, ສະຫາຍ ພັນໂທ ຄຳສອນ ໄຊຍະສິດ ຫົວໜ້າພະແນກວັດຖຸ ຫ້ອງອົບຮົມ, ສະຫາຍ ພັນໂທ ບຸດສະດີ ສີຫາລາດ ຮອງຫົວໜ້າຮັບປະກັນເຕັກນິກ ຫ້ອງເຕັກນິກ ແລະ ສະຫາຍ ພັນໂທ ນາງ ພັນ ມະນີ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ວິທະຍາຄານເຕັກນິກການທະຫານ. ເງິນທີ່ນຳມາມອບໃນຄັ້ງນີ້ ມີຈຳນວນທັງໝົດ 139.335.050 ກີບ. ທັງນີ້, ກໍ່ເພື່ອເປັນການປະຕິບັດນະໂຍບາຍລວມຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະຫານ ໃນຖັນແຖວກອງທັບປະຊາຊົນລາວ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາປະເທດຊາດ ກໍ່ຄືກົມກອງຕາມໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍຜ່ານມາ ແລະ ຕອບບຸນແທນຄຸນ ຂອງບັນດາ ສະຫາຍ ທີ່ໄດ້ເສຍສະຫຼະແຮງກາຍ ສະຕິປັນຍາຂອງຕົນເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍ່ຄືການປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານ. ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນທີ່ນາຍທະຫານທັງ 6 ສະຫາຍ ໄດ້ອຸທິດເຫື່ອແຮງປະກອບສ່ວນຄຽງບ່າຄຽງໄຫຼ່ ໃນຂະບວນການສ້າງສາ,ພັດທະນາກົມກອງຕະຫຼອດໄລຍະຜ່ານມາ ແລະ ຈະປູກຈິດສຳນຶກໃຫ້ພະນັກງານຮຸ່ນໜຸ່ມໄດ້ຈາລຶກຜົນງານຂອງບັນດາສະຫາຍທັງໝົດ ແລະ ໄດ້ມອບເງິນຈຳນວນດັ່ງກ່າວນີ້ໃຫ້ແກ່ພະນັກງານບຳນານທັງ 6 ສະຫາຍເພື່ອເປັນທຶນຮອນ ໃນການປັບປຸງຊີວິດການເປັນຢູ່, ພັດທະນາຄອບຄົວໃຫ້ດີຂຶ້ນ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ