ສູນເສຍອົງຄະພິເສດ 790 ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2025-10-17 08:53:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 923 | ຄວາມນິຍົມ: ![]()
ວັນທີ 14 ຕຸລາ 2025, ສູນເສຍອົງຄະພິເສດ 790 ໄດ້ສ້າງຂະບວນການອອກແຮງງານລວມ, ນຳພາໂດຍ ສະຫາຍ ພັນໂທ ພູສັນ ສຸດທິຈັກ ຫົວໜ້າການຫານ ສູນເສຍອົງຄະພິເສດ 790, ມີພະນັກງານ-ນັກຮົບ ເຂົ້າຮ່ວມ.
ການອອກແຮງລວມໃນຄັ້ງນີ້ ໄດ້ພ້ອມກັນສ້າງເດີ່ນກີລາບານສົ່ງ, ອະນາໄມໜານດອກໄມ້, ເຮັດຄອກເປັດຄອກໄກ່ລວມຂອງສູນ ແລະ ອະນາໄມຕາມສະຖານທີ່ຄ້າຍຄູ່ເຂດຮັບ ຜິດຊອບ ບໍລິເວນເວນອ້ອມຮອບສະໂມສອນ; ທັງນີ້, ກໍເພື່ອເປັນການປັບປຸງສະຖານທີ່ຄ້າຍຄູ່ຂອງສູນໃຫ້ມີຄວາມຈົບງານ ແລະ ເປັນລະບຽບຮຽບຮ້ອຍ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນບັນດາວັນສຳຄັນຕ່າງໆທີ່ມີຄວາມໝາຍສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ ເວົ້າສະເພາະ ວັນຊາດ 2 ທັນວາ ຄົບຮອບ 50 ປີແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່
ເນື່ອງ.
ໂດຍ: ນາງ ຫຼ້າ ສຸລິສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















