ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ສະຫະພັນ​ແມ່ຍິງ ກອງພັນ 415 ທະຫານ​ແຂວງ​ຫຼວງ​ພະ​ບາງ ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ປະຈຳ​ປີ 2025
ເວລາອອກຂ່າວ: 2025-10-17 08:54:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1542 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ການຈັດ ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ປະຈຳ​ປີ 2025 ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ ກອງພັນ 415 ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ຕຸລາ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວິ​ສອນ ດວງ​ມະນີ ຮອງ​ຫົວໜ້າ​ການ ເມືອງ ກອງພັນ 415, ມີ​ ສະຫາຍ ພັນ​ຕີ ນາງ ສີ​ສະຫງວນ ທຳ​ມະ​ວົງ ຫົວໜ້າ​ໜ່ວຍ​ສະຫະພັນ​ແມ່ຍິງ ກອງພັນ 415, ມີ​ຜູ້ຕາງໜ້າ​ຈາກ 4 ກອງຮ້ອຍ, 1 ໝວດ​ສຳນັກງານ ຕະຫຼອດ​ຮອດ ສະມາຊິກ​ສະຫະ ພັນ​ແມ່ຍິງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ສີ​ສະຫງວນ ທຳ​ມະ​ວົງ ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ປະຈຳ​ປີ 205 ໃຫ້​ຮູ້​ວ່າ: ໜ່ວຍ​ສະຫະພັນ​ແມ່ຍິງ ​ກອງພັນ 415 ສາມາດ​ສະຫຼຸບ​ຕີ​ລາຄາ​ໝາກຜົນ​ຂອງ​ການຈັດຕັ້ງ​ປະຕິບັດ​ຂໍ້​ ແຂ່ງຂັນ 3 ດີ ສາມາດ​ຄັດ​ເລືອກ​ບຸກຄົນ 3 ດີ​ໄດ້​ທັງ​ໝົດ 26 ສະຫາຍ ກວມ​ເອົາ 100%. ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ຕີ ນາງ ວັນ​ຄຳ ວິໄລ​ຈິດ ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ ​ກອງພັນ 415 ກໍ​ໄດ້​ຜ່ານ ​ຂໍ້​ຕົກລົງ ຂອງ​ສະຫະພັນ​ແມ່ຍິງ​ແຂວງ​ຫຼວງ​ພະ​ບາງ ວ່າ​ດ້ວຍ​ການ​ມອບ​ໃບ​ຍ້ອງຍໍ 3 ດີ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ ຢູ່ກອງ ພັນ 415 ຈຳນວນ 26 ສະຫາຍ, ພ້ອມ​ທັງ​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຫົວໜ້າ​ຈຸ, ຮອງ​ຫົວໜ້າ​ຈຸ​ສະຫະພັນ​ແມ່ຍິງ​ຂອງ​ກອງພັນ 415 ຕື່ມ​ອີກ. ສະຫາຍ ພັນ​ໂທ ວິ​ສອນ ດວງ​ມະນີ ໄດ້​ເນັ້ນ​ໜັກ​ໃຫ້​ສືບຕໍ່​ສຶກ​ສາ​ອົບ ຮົມ​ການເມືອງ-ນຳພາ​ແນວ​ຄິດ​ ໃຫ້​ສະມາຊິກ​ແມ່ຍິງ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນ ສົມບັດ​ສິນ​ທຳ​ປະຕິວັດ, ຮັກສາ​ຄຸນ​ຫຼັກ​ສະ​ນະ​ທີ່​ເປັນ​ມູນເຊື້ອ​ຂອງ​ແມ່ຍິງ​ລາວ, ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້ ໃນ​ຖັນ​ແຖວ​ແມ່ຍິງ ແລະ ຄອບຄົວ, ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ຄວາມ​ສາມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ, ເອົາໃຈໃສ່​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ, ທີ່​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ